ສະຖານທູດອິນເດຍຈະຈັດງານສະເຫຼີມສະຫຼອງວັນ ໂຍຄະສາກົນ

ສະຖານທູດອິນເດຍຈະຈັດງານສະເຫຼີມສະຫຼອງວັນ ໂຍຄະສາກົນ

ສະຖານທູດ ອິນເດຍ ປະຈຳ ສປປ ລາວ ຈະຈັດງານສະເຫຼີມສະຫຼອງວັນໂຍຄະສາກົນ (ວັນທີ 21 ມິຖຸນາ)  ຄັ້ງທີ 6 ປະຈຳປີ 2020 ຂຶ້ນໃນວັນທີ 20 ມິຖຸນາ 2020 ເວລາ 16:45 ທີ່ ສະຖານທູດອິນເດຍ ຕັ້ງຢູ່ບ້ານ ສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

ສຳລັບທ່ານທີ່ຕ້ອງການເຂົ້າຮ່ວມໃນງານດັ່ງກ່າວ ສາມາດລົງທະບຽນ ໂດຍບໍ່ເສຍຄ່າ ຜ່ານທາງ ອີເມວ: emb.vientianne@mea.gov.in ຫຼື ໂທ 021-352 301 / 302/ 303, ຜູ້ເຂົ້າຮ່ວມທຸກທ່ານ ຕ້ອງໃສ່ຜ້າອັດປາກ ແລະ ປະຕິບັດຕາມມາດຕະການ ການປ້ອງກັນຕົນເອງຈາກ ເຊື້ອພະຍາດ Covid-19 ທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ແລະ ໃຫ້ທຸກຄົນຖືບັດປະຈຳຕົວມານຳ ເພື່ອຄວາມສະດວກໃນເວລາເຂົ້າໄປໃນສະຖານທູດ. 

ຂ່າວ: ວຽງຈັນທາຍ

Related Articles

Leave a Reply