ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ປະຈໍາວັນພະຫັດ ວັນທີ 18 ມິຖຸນາ ປີ 2020 ໂດຍທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບຄົນເຂົ້າມາສປປ ລາວ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນມື້ວານນີ້ ວັນພຸດວັນທີ 17 ທີ່ຜ່ານມາ ໃຫ້ຮູ້ວ່າ: ມີຄົນເຂົ້າມາ ສປປ ລາວ ທັງໝົດ 1.930 ຄົນ, ໃນນີ້ ໄດ້ຜ່ານຈຸດຜ່ານດ່ານລາວ-ໄທ ມີ 1, 348 ຄົນ, ຈຸດຜ່ານດ່ານລາວ -ຈີນ ມີ 49 ຄົນ, ຈຸດຜ່ານດ່ານລາວ – ຫວຽດນາມ 527 ຄົນ, ຈຸດຜ່ານດ່ານລາວ – ກຳປູເຈຍ 00 ຄົນ ແລະ ເດີນທາງຜ່ານສະໜາມບິນສາກົນວັດໄຕ 06 ຄົນ.
ດຣ. ນາງ ພອນປະເສີດ ໄດ້ກ່າວຕື່ມກ່າວວ່າ: ຈໍານວນ 1.930 ຄົນ ທີ່ເຂົ້າມາ ສປປ ລາວ ເປັນຄົນລາວທັງໝົດ ສ່ວນຫຼາຍແມ່ນແຮງງານລາວທີ່ກັບມາແຕ່ຕ່າງປະເທດ, 6 ຄົນເປັນພະນັກງານກະຊວງປ້ອງກັນຄວາມສະຫງົບ ໂດຍຜ່ານສະໜາມບິນສາກົນວັດໄຕ ແລະ ອີກ 1 ຄົນແມ່ນນັກສຶກສາລາວ ໂດຍຜ່ານດ່ານລາວ-ຫວຽດ ນອກນັ້ນແມ່ນຄົນຂັບລົດຂົນສົ່ງສິນຄ້າ. ໝົດທຸກຄົນແມ່ນໄດ້ ກວດແທກອຸນຫະພູມຮ່າງກາຍ , ບໍ່ມີໃຜມີອາການໄຂ້, ທັງໝົດແມ່ນໄດ້ຖືກເກັບຕົວຢ່າງເພື່ອກວດຊອກຫາເຊື້ອ COVID-19 (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລະ ໄດ້ນຳສົ່ງໄປຈຳກັດບໍລິເວນ 14 ວັນ ຢູ່ສະຖານທີ່ ທີ່ທາງການໄດ້ກຳນົດໄວ້. ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 17 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 229 ຄົນ ໃນນັ້ນ ແຮງງານລາວກັບມາແຕ່ໄທ 227 ຄົນ, ຜູ້ຕິດເຊື້ອທີ່ປິ່ນປົວຫາຍດີ ຕິດຕາມຄົບກຳນົດ 28 ວັນ ກັບມາກວດຄືນ 02 ຄົນ (ນ້ຳເບີ 10 ແລະ 17) ຜົນກວດຂອງ ຕົວຢ່າງທີ່ເກັບທັງໝົດໃນມື້ວານ ແມ່ນ ບໍ່ພົບຜູ້ຕິດເຊື້ອໃໝ່, ສ່ວນຕົວເລກ ສັງລວມການ ກວດວິເຄາະ ຊອກຫາເຊື້ອ COVID-19 ແຕ່ເດືອນມັງກອນ ຮອດປະຈຸບັນ ແມ່ນໄດ້ເກັບຕົວຢ່າງມາກວດທັງໝົດ 11,478 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ແລະ ປິ່ນປົວຫາຍຂາດ ແລະ ອະນຸຍາດໃຫ້ກັບບ້ານແລ້ວ, ໝາຍຄວາມວ່າ ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ ນັບແຕ່ວັນທີ 12.4.2020 ເປັນຕົ້ນມາ.
ຂ່າວ: ວຽງຈັນທາຍ

