ລັດຖະບານອົດສະຕຣາລີ ເພີ່ມການຊ່ວຍເຫຼືອ  ສປປ ລາວ ເພື່ອຟື້ນຟູຜົນກະທົບຈາກພະຍາດໂຄວິດ-19

ລັດຖະບານອົດສະຕຣາລີ ເພີ່ມການຊ່ວຍເຫຼືອ ສປປ ລາວ ເພື່ອຟື້ນຟູຜົນກະທົບຈາກພະຍາດໂຄວິດ-19

ສະຖານທູດອົດສະຕຣາລີ ແຈ້ງໃຫ້ຮູ້ວ່າ: ລັດຖະບານອົດສະຕຣາລີ ໄດ້ເພີ່ມງົບປະມານສອງຝ່າຍ ດ້ານການພັດທະນາໃຫ້ແກ່ ສປປ ລາວ ອີກຈຳນວນ 4,8 ລ້ານໂດລາອົດສະຕຣາລີ ຫຼື ເພີ່ມຂື້ນເກືອບ 25 ສ່ວນຮ້ອຍ ໃນປີນີ້, ເພື່ອຊ່ວຍພັດທະນາ ຫຼື ສົ່ງເສີມດ້ານ ເສດຖະກິດ – ສັງຄົມ ແລະ ສາທາລະນສຸກທີ່ໄດ້ຮັບຜົນກະທົບ ຈາກພະຍາດໂຄວິດ-19.

ການຊ່ວຍເຫຼືອຄັ້ງໃໝ່ນີ້ ຈະສະໜັບສະໜູນ ລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງດ້ານລະບົບສາທາລະນະສຸກ, ສ້າງພື້ນຖານໃນການຟື້ນຟູດ້ານເສດຖະກິດ ແລະ ປົກປ້ອງກຸ່ມຄົນຜູ້ດ້ອຍໂອກາດທີ່ສຸດຢູ່ລາວ.

ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ, ພະນະທ່ານ ຊ໋ອງ-ເບີນາດ ຄາຣັດສະໂກ ໄດ້ກ່າວ ເມື່ອບໍ່ດົນມານີ້ວ່າ: ອົດສະຕຣາລີ ກໍຄືກັນກັບ ສປປ ລາວ ພວມປະເຊີນໜ້າກັບບັນຫາຜົນກະທົບຈາກ ໂຄວິດ-19 ແລະ ພວມຊ່ວຍເຫຼືອ ປະຊາຊົນ ແລະ ສ້າງເສດຖະກິດ ຂອງພວກເຮົາ ໃຫ້ຟື້ນຈາກຜົນກະທົບຈາກພະຍາດນີ້ເຊັ່ນກັນ. ລັດຖະບານອົດສະຕຣາລີ ມີເຈດຈຳນົງ ສະໜັບສະໜູນ ສປປ ລາວ ດ້ານຄວາມໜັ້ນຄົງ, ການມີສະຖຽນລະພາບ ແລະ ມີຄວາມຈະເລີນຮຸ່ງເຮືອງ ໃຫ້ກັບຄືນມາ ດີຄືເກົ່າ ແລະ ໄວເທົ່າທີ່ຈະໄວໄດ້. ແຕ່ເຖິງແນວໃດກໍ່ຕາມ, ຍັງມີສິ່ງທ້າທາຍຫຼາຍດ້ານທີ່ຈະໄດ້ເອົາໃຈໃສ່ຄືເຮັດແນວໃດໃຫ້ກຸ່ມຄົນທີ່ດ້ອຍໂອກາດ ເຊັ່ນ: ແມ່ຍິງ ແລະ ເດັກຍິງ ຈະບໍ່ຖືກປ່ອຍປະໄວ້ນຳຫຼັງ.

ງົບປະມານໃໝ່ ຈຳນວນ 4,8 ລ້ານໂດລາອົດສະຕຣາລີ ທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ລວມທັງ ງົບປະມານຈຳນວນ 1 ລ້ານໂດລາອົດສະຕຣາລີ ຈະປະກອບສ່ວນສະເພາະເຂົ້າໃນວຽກງານຂອງກະຊວງອຸດສະຫະກຳ ແລະ ການຄ້າ ເພື່ອນຳໃຊ້ເຂົ້າໃນວຽກງານສ້າງສະພາບແວດລ້ອມດ້ານທຸລະກິດ ແລະ ການພັດທະນາພາກເອກະຊົນ ເຊິ່ງຈະເປັນວຽກງານທີ່ສຳຄັນ ໃຫ້ແກ່ ສປປ ລາວ ໃນການຟື້ນຟູຜົນກະທົບພາຍຫຼັງສະພາບ ໂຄວິດ-19 ຢຸດລະບາດຢູ່ລາວ.

ຂ່າວ: ວຽງຈັນທາຍ

ພາບ: ສະຖານທູດ ອົດສະຕຮາລີ

Related Articles

Leave a Reply