ແຂວງຫົວພັນ ມີແຜນຈະພັດທະນານໍ້າຕົກຕາດຜາຫວ່າງ ຢູ່ ເມືອງຊໍາໃຕ້ ເພື່ອສ້າງໃຫ້ເປັນໜຶ່ງ ໃນຫຼາຍແຫຼ່ງທ່ອງທ່ຽວຂອງແຂວງທີ່ຈະດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ ເຂົ້າມາຫຼາຍຂຶ້ນໃນອະນາຄົດ.
ເພື່ອເສີມຂະຫຍາຍແຜນດັ່ງກ່າວ, ເຈົ້າໜ້າທີ່ທາງການຂອງແຂວງ ແລະ ພາກສ່ວນທຸລະກິດໄດ້ ປຶກສາຫາລືຮ່ວມກັນ ເມື່ອບໍ່ດົນມານີ້ ກ່ຽວກັບແຜນພັດທະນາ ແລະ ຍຸດທະສາດຕ່າງໆ ເພື່ອສ້າງໃຫ້ແຂວງຫົວພັນ ເປັນຈຸດສົນໃຈຂອງບັນດານັກທ່ອງທ່ຽວເໝືອນກັບແຂວງອື່ນໆ.
ແຜນຍຸດທະສາດຂອງແຂວງເພື່ອດຶງດູດນັກທ່ອງທ່ຽວ ລວມມີ ການສ້າງສິ່ງອໍານວຍຄວາມສະ ດວກ, ການປົກປັກຮັກສາແຫຼ່ງວັດທະນະທໍາ ແລະ ສົ່ງເສີມການອະນຸລັກວັດ ທະນະທໍາ-ຮີດຄອງປະ ເພນີຂອງປະຊາຊົນທ້ອງຖິ່ນ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ເຖິງວັດທະນະທໍາທ້ອງຖິ່ນຂອງລາວ.
ປະຈຸບັນ ແຂວງຫົວພັນ ມີແຫຼ່ງທ່ອງທ່ຽວ ທັງໝົດ 133 ແຫ່ງ, ໃນນີ້ລວມມີ ແຫຼ່ງທ່ອງທ່ຽວ ທໍາມະຊາດ 43 ແຫ່ງ, ວັດທະນະທໍາ 28 ແຫ່ງ ແລະ ປະຫວັດສາດ 62 ແຫ່ງ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ

