ເມືອງນອງ ແຂວງສະຫວັນນະເຂດ ມີແຜນສູ້ຊົນ ລຶບລ້າງຄວາມທຸກຍາກໃຫ້ໄດ້ 15 ບ້ານ ໃນປີ 2020 ນີ້ ເຊິ່ງໃນນັ້ນ 12 ບ້ານແມ່ນ ນອນຢູ່ໃນເຂດຈຸດສຸມຕັງອາໄລ ແລະ 2 ບ້ານແມ່ນນອນໃນເຂດ ຈັດສັນພູມລຳເນົາ ແລະ ອາຊີບ ຂອງໂຄງການສ້າງເຂື່ອນໄຟຟ້າເຊລະນອງ 1 ແລະ ອີກ 1 ບ້ານແມ່ນ ບ້ານປູນຕົງ.
ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ບັນດາໂຄງການທີ່ຕິດພັນກັບການລຶບລ້າງຄວາມທຸກຍາກຢູ່ ເມືອງນອງ ຊຶ່ງປະກອບມີ ໂຄງການຕ່ຳແຜ່ນຂອງແມ່ຍິງບ້ານປະແໜະ ແລະ ບ້ານຕາຢົງ, ໂຄງການກໍ່ສ້າງອ່າງ ເກັບນ້ຳບ້ານຕາຢົງ, ໂຄງການສົ່ງເສີມການປູກ ກ້ວຍຢູ່ບ້ານຕັງອາໄລເໜືອ, ໂຄງການສົ່ງເສີມການ ລ້ຽງໝູລາດຂອງບໍລິສັດລາວ ມີໄຊ ແລະ ໂຄງການອື່ນໆ.
ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງ ເມືອງນອງໄດ້ລາຍງານການປະຕິບັດບັນດາໂຄງການດັ່ງກ່າວ ຕໍ່ທ່ານເຈົ້າແຂວງວ່າ: ເມືອງ ນອງໄດ້ມີໂຄງການສ້າງເງື່ອນໄຂໃຫ້ບ້ານ ແລະ ຄອບຄົວພົ້ນທຸກ 10 ໂຄງການຄື: ໂຄງການ ຮ່ວມໃຈສາຍໃຍໂລມາຄຳ, ໂຄງການສົ່ງເສີມການລ້ຽງໝູ ລາດຂອງບໍລິສັດລາວມີໄຊ, ໂຄງການສົ່ງເສີມປູກມັນຕົ້ນ ຂອງບ້ານຕັງອາໄລເກົ່າ, ໂຄງ ການສົ່ງເສີມການລ້ຽງງົວ ບ້ານຕານປະໂຕ໋ຍ, ໂຄງການ ສົ່ງເສີມການປູກກ້ວຍບ້ານຕັງ ອາໄລເໜືອ, ໂຄງການປັບປຸງ ນ້ຳປະປາຊຸມຊົນບ້ານຕັງອາ ໄລເກົ່າ, ໂຄງການເຈາະນ້ຳບາ ດານ 8 ບໍ່, ໂຄງການສົ່ງເສີມ ການປູກມັນຕົ້ນບ້ານປະໂຕ໋ຍ ໃຫຍ່, ໂຄງການກໍ່ສ້າງໂຮງ ຮຽນອະນຸບານຈຸດສຸມຕັງອາໄລ ແລະ ໂຄງການຊ່ວຍເຫຼືອຂອງພາກນັກທຸລະກິດ ເຊື່ອວ່າ ບັນດາໂຄງການເຫຼົ່ານີ້ຈະສາມາດ ລຶບລ້າງຄວາມທຸກຍາກ 15 ບ້ານ ຢູ່ເມືອງນອງໃນປີນີ້ໄດ້ຕາມແຜນທີ່ວາງໄວ້ຢ່າງແນ່ນອນ.
ຂ່າວ-ພາບ: ວິລັດດາ

