ຄະນະສະເພາະກິດ ໄດ້ຢືນຢັນວ່າ ສປປ ລາວ ແມ່ນມີຄວາມເຂັ້ມງວດໃນການເຝົ້າລະວັງຢູ່ຕາມຈຸດຜ່ານດ່ານຕ່າງໆ ໂດຍໃນທຸກດ່ານແມ່ນໄດ້ກວດແທກອຸນຫະພູມຮ່າງກາຍ ແລະ ກັ່ນຕອງຕາມມາດຕະການປ້ອງກັນພະຍາດໂຄວິດ-19 ເປັນຕົ້ນ ແມ່ນການຈໍາກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດໄດ້ກະກຽມໄວ້.
ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງໃຫ້ຊາບມື້ນີ້ວ່າ, ຈໍານວນຜູ້ເດີນທາງເຂົ້າມາ ສປປ ລາວ ໃນວັນທີ 22 ມີຖຸນາ2020 ມີທັງໝົດ 1,664 ຄົນ, ໃນນີ້ ຈຸດຜ່ານດ່ານລາວ-ໄທ 1,023 ຄົນ (ແຮງງານລາວກັບມາແຕ່ໄທ 244 ຄົນ); ຈຸດຜ່ານດ່ານລາວ-ຈີນ 29 ຄົນ (ທັງໝົດ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ຈຸດຜ່ານດ່ານລາວ-ຫວຽດນາມ 416 ຄົນ, (ທັງໝົດແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ຈຸດຜ່ານດ່ານ ລາວ-ກຳປູເຈຍ 03 ຄົນ (ທັງໝົດແມ່ນຄົນ ອິນເດຍ ເຂົ້າມາເຮັດວຽກຢູ່ລາວ ), ເດີນທາງຜ່ານສະໜາມບິນສາກົນວັດໄຕ 148 ຄົນ (ຄົນມາເລເຊຍ 05 ຄົນ ແລະ ຄົນຈີນ 143 ຄົນ ທີ່ເປັນແຮງງານຈີນສ້າງທາງລົດໄຟ, ສ້າງໂຮງໝໍມະໂຫສົດ, ບໍລິສັດນໍ້າງືມ 4, ບໍລິສັດ MKE ແລະ YUNPIA)
ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 22 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 13,203 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ ແລະ 72 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່.
ປະຈຸບັນ ບໍ່ມີຄົນເຈັບຕິດເຊື້ອພະຍາດ COVID-19 ປີ່ນປົວຢູ່ໂຮງໝໍ (ຄົນເຈັບ 19 ຄົນ ແມ່ນໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍໝົດທຸກຄົນແລ້ວ).
ຂ່າວ: ວຽງຈັນທາຍ

