ສປ ຈີນ ມອບ ອຸປະກອນການແພດ ແລະ ຢາປິ່ນປົວພະຍາດໂຄວິດ-19 ໃຫ້ແກ່ລາວ

ສປ ຈີນ ມອບ ອຸປະກອນການແພດ ແລະ ຢາປິ່ນປົວພະຍາດໂຄວິດ-19 ໃຫ້ແກ່ລາວ

ລັດຖະບານ ສປ ຈີນ ໄດ້ສືບຕໍ່ຊ່ວຍເຫຼືອອຸປະກອນການແພດ ແລະ ຢາປົວພະຍາດໂຄວິດ-19 ໃຫ້ແກ່ລາວເປັນຄັ້ງທີ 4 ນັບແຕ່ມີການລະບາດຂອງພະຍາດດັ່ງກ່າວຢູ່ລາວ. ການຊ່ວຍເຫຼືອຂອງ ສປ ຈີນ ຄັ້ງຫຼ້າສຸດນີ້ ມີມູນຄ່າຫຼາຍກວ່າ 24 ຕື້ກີບ (2,6 ລ້ານກວ່າໂດລາ). 

ການມອບ-ຮັບ ການຊ່ວຍເຫຼືອລ້າດັ່ງກ່າວໄດ້ຈັດຂື້ນເມື່ອບໍ່ດົນມານີ້ ທີ່ກະຊວງສາທາລະນະສຸກ, ລະຫວ່າງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ຄະນະທູດເສດຖະກິດ ສປ ຈີນປະຈຳລາວ.

ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ຫຼື ນັບແຕ່ມີການພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວມານີ້, ລັດຖະບານ ສປ ຈີນໄດ້ໃຫ້ການຊ່ວຍເຫຼືອລ້າໃຫ້ແກ່ລາວຫຼາຍຄັ້ງ ແລະ ນອກຈາກຈະຊ່ວຍດ້ານອຸປະກອນການແພດ, ຢາປິ່ນປົວພະຍາດໂຄວິດ-19 ແລ້ວ ກໍຍັງມີທີມງານແພດໜໍຈີນມາຊ່ວຍແພດໝໍລາວໃນການຢັບຢັ້ງພະຍາດດັ່ງກ່າວອີກດ້ວຍ.

ຂ່າວ: ວຽງຈັນທາຍ 

Related Articles

Leave a Reply