ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄັັ້ງວັນທີ 24 ມິຖຸນາ 2020 ກ່ຽວກັບການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງ ວຽກງານຈຸດສຸມ 6 ເດືອນທ້າຍປີ 2020, ໂດຍສະເພາະມາດຕະການຈຸດສຸມ ຈະປະຕິບັດ ໃນ 6 ເດືອນ ທ້າຍປີ 2020 ກ່ຽວກັບມາດຕະການດ້ານການເງິນ-ເງິນຕາ, ຊຶ່ງລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດບາງມາດຕະການດັ່ງນີ້້:
ສູູ້ຊົນເກັບລາຍຮັບຈາກບັນດາຫົວໜ່ວຍທຸລະກິດ ທີ່ບໍ່ຖືກຜົນກະທົບຫຼາຍປານໃດຈາກພະຍາດ ໂຄວິດ-19 ແລະ ຫົວໜ່ວຍອືີ່ນໆ ພາຍຫຼັງມາດຕະການຜ່ອນຄາຍໃຫ້ໄດ້ຄົບຖ້ວນ ຕາມກົດໝາຍກໍານົດ ຢ່າງເຂັົ້ມງວດ ແລະ ປະຕິບັດລາຍຈ່າຍທີ່່ຈໍາເປັນໃຫ້ໄດ້ຕາມແຜນການ ລວມທັງການສືບຕໍ່່ຊໍາລະໃຫ້ແກ່ການລົງທຶນຂອງລັດ ເພື່ອສ້າງສະພາບຄ່ອງໃນການດໍາເນີນທຸລະກິດ ແລະ ການຈ້າງງານ.
ສືບຕໍ່່ແກ້ໄຂໜີ້້ສິນສາທາລະນະຢ່າງ ມີຍຸດທະສາດ ໂດຍນໍາໃຊ້ທັງມາດຕະການໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ເປັນຕົົ້ນຫຼຸດການຂາດດຸນງົບປະມານ; ຫັນໜີ້້ເປັນທຶນ; ສໍາລັບໂຄງການທີ່່ຈໍາເປັນກູູ້ຢືມຕ້ອງເຂັ້ມງວດໃນການປະເມີນປະສິດທິຜົນ ແລະ ມີຜົນຕອບແທນທາງດ້ານເສດຖະກິດແທ້; ປະເມີນຄວາມອາດສາມາດໃນການກູູ້ຢືມໄລຍະກາງ ແລະ ໄລຍະຍາວ; ບໍລິຫານໜີ້້ສິນດ້ວຍຄວາມລະມັດລະວັງ ແລະ ປະເມີນຄວາມສ່ຽງທາງດ້ານອັດຕາແລກປ່ຽນ, ສະກຸນເງິນກູູ້ຢືມ, ຈໍານວນກູູ້ຢືມ ແລະ ໄລຍະເວລາການກູູ້ຢືມ.
ສືບຕໍ່່ດໍາເນີນນະໂຍບາຍເງິນຕາ ໂດຍການຄວບຄຸມປະລິມານເງິນ ໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 20% ທຽບ ໃສ່ປີຜ່ານມາ; ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່່ເໝາະສົມ; ອັດຕາແລກປ່ຽນເງິນກີບທຽບໃສ່ເງິນໂດລາສະຫະລັດ ເໜັງຕິງໃນຂອບອ່ອນຄ່າ ຫຼື ແຂງຄ່າບໍ່ເກີນ 5% ທຽບໃສ່ປີຜ່ານມາ; ຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ຢູ່ໃນລະດັບທີ່ສາມາດກຸ້ມການນໍາເຂົົ້າໄດ້ຢ່າງໜ້ອຍ 3 ເດືອນ; ຊຸກຍູູ້ໃຫ້ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດ ຢູ່ໃນລະດັບ 58,43% ຂອງ GDP ແລະ ຍອດເຫຼືອສິນເຊືີ່ອຂອງຂະແໜງ ທະນາຄານ ຢູ່ໃນລະດັບ 49,56% ຂອງ GDP; ພ້ອມທັງ ຄວບຄຸມອັດຕາສ່ວນໝີ້ບໍ່ເກີດດອກອອກຜົນ (NPL) ໃຫ້ຢູ່ໃນລະດັບບໍ່ເກີນ 3% ແລະ ອື່ນໆ
ຂ່າວ: ວຽງຈັນທາຍ

