ທຸກວຽກງານຂອງລັດຖະບານປະຈໍາປີ 2020 ມີຄວາມສ່ຽງສູງທີ່ຈະບໍ່ບັນລຸຕາມແຜນ

ທຸກວຽກງານຂອງລັດຖະບານປະຈໍາປີ 2020 ມີຄວາມສ່ຽງສູງທີ່ຈະບໍ່ບັນລຸຕາມແຜນ

ສະພາແຫ່ງຊາດຊີ້ໃຫ້ຮູ້ວ່າ:​ ທຸກແຜນງານຂອງລັດຖະບານ ມີຄວາມສ່ຽງທີ່ຈະບໍ່ບັນລຸຕາມແຜນການທີ່ວາງໄວ້ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ເຫັນໄດ້ຈາກຫຼາຍຂະ ແໜງການ ທີ່ເປັນໂຄງປະກອບຍູ້ເສດຖະກິດແຫ່ງຊາດໄດ້ມີການຂະຫຍາຍຕົວຊ້າ ແລະ ຫລຸດລົງ.

ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ມື້ວານນີ້ ວັນທີ 24 ມິຖຸນາ ວ່າ :  ຂະແໜງບໍລິການເປັນຂະແໜງ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ລວມທັງພາສີ-ອາກອນ ຊຶ່ງທັງໝົດນັ້ນຈະສົ່ງຜົນກະທົບ ຕໍ່ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ປີ 2020 ຈະບໍ່ບັນລຸໄດ້ຕາມແຜນການທີ່ວາງໄວ້ ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດຮັບຮອງໄວ້ຄື 6,5%. ການຜະລິດກະສິກຳ ແລະ ການຄ້ຳປະກັນສະບຽງອາຫານ ໂດຍລວມແລ້ວຍັງບໍ່ໄດ້ຕາມແຜນການທີ່ວາງໄວ້ ເປັນຕົ້ນ ການຜະລິດພືດ, ການຜະລິດເຂົ້າ ເພື່ອສົ່່ງອອກ. ໃນປີ 2020 ນີ້,  ລາວເຮົາ ມີແຜນສົ່ງເຂົ້າອອກໄປ ສປ ຈີນ ຕາມໂຄຕາ ແມ່ນ 50.000 ໂຕນ ແຕ່ຮອດປັດຈຸບັນນີ້ມີການສົ່ງອອກພຽງແຕ່ 15.000 ໂຕນ, ແຜນການສົ່ງອອກສັດລ້ຽງງົວ-ຄວາຍ ແມ່ນ 100.000 ໂຕ, ແຕ່ມາ ຮອດປັດຈຸບັນມີການສົ່ງອອກພຽງແຕ່ 1.680 ໂຕເທົ່ານັ້ນ.

ທ່ານ ບຸນປອນ ໄດ້ກ່າວຕື່ມວ່າ: ການລະດົມແຫລ່ງທຶນ ຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເພື່ອສຸມໃສ່ ການກໍ່ສ້າງພື້ນຖານໂຄງລ່າງ ເຂດເສດຖະກິດ ຕາມແລວທາງລົດໄຟ ລາວ-ຈີນ ແລະ ການເຊື່ອມຈອດອະນຸພາກພື້ນ, ອຸດສາຫະກຳປຸງແຕ່ງ, ກະສິກຳສະອາດ ແລະ ອື່ນໆ ຍັງບໍ່ບັນລຸຕາມແຜນ, ນອກນັ້ນການເກັບລາຍຮັບເຂົ້າງົບປະມານ 6 ເດືອນຕົ້ນປີໄດ້ພຽງແຕ່ 27%, ການປະຕິບັດລາຍຈ່າຍ ໂຄງການລົງທຶນຂອງລັດຍັງ ບໍ່ໄດ້ຕາມແຜນການ ທີ່ສະພາແຫ່ງຊາດຮັບຮອງ, ການຂາດດູນງົບປະມານເພີ່ມຂຶ້ນເກືອບເທົ່າຕົວ ເຊິ່ງເຫັນວ່າເປັນສິ່ງທ້າທາຍສູງ ຕໍ່ການຊອກແຫຼ່ງທຶນ ເພື່ອມາດູນດ່ຽງງົບປະມານ, ການແກ້ໄຂໜີ້ສິນສາທາລະນະ ແລະ ໜີ້ສິນການລົງທຶນຂອງລັດ, ການປະຕິບັດນະໂຍບາຍເງິນຕາຍັງມີສິ່ງທ້າທາຍໂດຍສະເພາະແມ່ນອັດຕາເງິນເຟີ້ທີ່ມີທ່າອ່ຽງເພີ່ມຂຶ້ນ, ອັດຕາແລກປ່ຽນມີຄວາມຜັນຜວນ, ເງິນກີບສືບຕໍ່ອ່ອນຄ່າ, ສະພາບຄ່ອງດ້ານເງິນຕາຍັງຝືດເຄືອງ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

ພາບປະກອບ

Related Articles

Leave a Reply