Vientiane Times Lao
ເລກໝາຍໂທລະສັບ ແລະ ຊິມເນັດ ຈະຂຶ້ນທະບຽນຄືນໃໝ່

ເລກໝາຍໂທລະສັບ ແລະ ຊິມເນັດ ຈະຂຶ້ນທະບຽນຄືນໃໝ່

ຫ້ອງການ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ອອກແຈ້ງການຫວາ່ງບໍ່ດົນມານີ້ ວ່າ: ເພື່ອເປັນການຄຸ້ມຄອງການນໍາໃຊ້ເລກໝາຍໂທລະສັບໃນໄລຍະໃໝ່ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ຈຶ່ງຈໍາເປັນຕ້ອງໄດ້ມີການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດຄືນໃໝ່.

ອີງຕາມໃບແຈ້ງການດັ່ງກ່າວ ແມ່ນຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 01/07/2020 ເຖິງ 31/12/2020, ໂດຍການແບ່ງອອກເປັນສາມໄລຍະດັ່ງນີ້:

ໄລຍະທີໜຶ່ງ, ວັນທີ 01/7/2020-30/11/2020 ແມ່ນໃຫ້ລົງທະບຽນເລກໝາຍໂທລະສັບ ແລະ ອິນເຕີເນັດ ທີ່ໄດ້ນໍາໃຊ້ຄືນໃໝ່ທັງໝົດ ແລະ ບໍ່ອະນຸຍາດໃຫ້ເລກໝາຍໃໝ່ທີ່ບໍ່ທັນຂຶ້ນທະບຽນສາມາດນໍາໃຊ້ໄດ້ເດັດຂາດ.

ສໍາລັບໄລຍະທີສອງ, ວັນທີ 01/12/2020-31/12/2020 ນໍ້າເບີທີ່ຍັງບໍ່ຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ແມ່ນຍັງຮັບໂທລະສັບໄດ້ ແຕ່ບໍ່ສາມາດໂທອອກໄດ້ (ຍົກເວັ້ນເບີສຸກເສີນ) ແລະ ບໍ່ສາມາດຫຼີ້ນເນັດໄດ້ ແຕ່ຍັງຈະຮັກສາມູູນຄ່າທີ່ຍັງເຫຼືອໄວ້ໃນລະບົບ.

ສະເພາະໄລຍະສຸດທ້າຍ, ຫຼັງຈາກວັນທີ 31/12/2020, ນໍ້າເບີທີ່ຍັງບໍ່ທັນຂຶ້ນທະບຽນ ເລກໝາຍ ໂທລະສັບ ແລະ ຊິມເນັດ ຈະຖຶກລົບອອກຈາກລະບົບຢ່າງຖາວອນ, ແຕ່ບໍລິສັດຜູ້ໃຫ້ບໍລິການສາມາດເປິດຄືນໃຫ້ຜູ້ນໍາໃຊ້ເລກໝາຍໂທລະສັບ ແລະ ຊິມເນັດຄືນໃໝ່ ຖ້າຫາກເບີດັ່ງກ່າວ ໄດ້ຮັບການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດສໍາເລັດ.

ດັ່ງນັ້ນ, ຂໍແຈ້ງໃຫ້ຜູ້ນໍາໃຊ້ເລກໝາຍໂທລະສັບ ແລະ ຊິມເນັດ ໃຫ້ມາຂຶ້ນທະບຽນ ໃຫ້ຖຶກຕ້ອງຕາມລະບຽບການຂອງກະຊວງ ປທສ ໃນເວລາທີ່ກໍານົດໄວ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply