ນາຍົກລັດຖະມົນຕີ ໄດ້ໃຫ້ຄວາມກະຈ່າງແຈ້ງເພີ່ມເຕີມມື້ວານນີ້ວັນທີ 25 ມິຖຸນາ ທີ່ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບບາງບັນຫາ ຕໍ່ການຊັກຖາມ ແລະ ແລກປ່ຽນຄຳຄິດຄຳເຫັນ ກັບ ບັນດາ ສະມາຊິກສະພາແຫ່ງຊາດ ເປັນຕົ້ນ ແມ່ນຄ່າໄຟຟ້າ, ບັນຫາຢາເສບຕິດ ແລະ ບັນຫາອື່ນໆ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ແຈງບາງບັນຫາທີ່ສໍາຄັນ, ໂດຍສະເພາະກ່ຽວກັບລາຄາໄຟຟ້າວ່າ: ລັດຖະບານໄດ້ມີການປັບນະໂຍບາຍປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ຄັ້ງທຳອິດ ແຕ່ເຫັນວ່າບໍ່ຕອບສະໜອງຕໍ່ຜູ້ຊົມໃຊ້ຈຳນວນໜຶ່ງ, ສະນັ້ນ ລັດຖະບານຈຶ່ງມີການປັບປຸງຄືນໃໝ່ອີກເປັນຄັ້ງທີສອງ ເພື່ອໃຫ້ສອດຄ່ອງກັບສະພາບຂອງຜູ້ຊົມໃຊ້ໄຟຟ້າ ແຕ່ເປັນການທົດລອງໃຊ້ພາຍໃນປີ 2020 ເທົ່ານັ້ນ ເຖິງແມ່ນວ່າໄຟຟ້າລາວ ຈະຂາດທຶນຫຼາຍຮ້ອຍລ້ານກໍຕາມ. ນອກນັ້ນທ່ານໄດ້ເນັ້ນໃຫ້ລັດວິສາຫະກິດໄຟຟ້າລາວ ກວດຄືນການປະຕິບັດໜ້າທີ່ຂອງພະນັກງານ, ໂດຍສະເພາະພະນັກງານ ເກັບເງິນ, ຈົດເລກກົງເຕີ, ແລະ ຄິດໄລ່ເງິນຄ່າໄຟຟ້າ. ຖ້າພົບການກະທຳທີ່ບໍ່ຖືກຕ້ອງ ໃຫ້ດຳເນີນການຕາມລະບຽບ, ນອກນັ້ນຄວນກວດກາຄືນອຸປະກອນໄຟຟ້າ ທີ່ເກົ່າແກ່ຊຸດໂຊມ ຕ້ອງມີການປັບປ່ຽນຄືນໃຫ້ປະຊາຊົນ.
ສະເພາະບັນຫາການສ້າງວຽກເຮັດງານທໍາໃຫ້ຄົນລາວ ແລະ ການແກ້ໄຂບັນຫາຢາເສບຕິດ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຢ້ຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພະຍາຍາມສົ່ງເສີມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວ ໄດ້ເຮັດວຽກຢູ່ພາຍໃນຫລາຍຂຶ້ນ. ສ່ວນບັນຫາຢາເສບຕິດ ຍັງມີການຄຸກຄາມສັງ ຄົມລາວຢ່າງໜັກໜ່ວງສົມຄວນ ເຖິງແມ່ນວ່າລັດຖະບານໄດ້ສຸມໃສ່ແກ້ໄຂຢ່າງແຂງແຮງ ແລະ ຈິງຈັງ ໃນໄລຍະທີ່ຜ່ານມາ ແລະ ຈະສືບຕໍ່ແກ້ໄຂຢ່າງຕັ້ງໜ້າໃນອະນາຄົດ.
ຂ່າວ: ວຽງຈັນທາຍ
ພາບ: EDL

