ລັດຈະເຮັດໃຫ້ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາໃຫ້ເໜັງຕິງໃນຂອບ ອ່ອນຄ່າ ຫຼື ແຂງຄ່າ ບໍ່ເກີນ 5%

ລັດຈະເຮັດໃຫ້ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາໃຫ້ເໜັງຕິງໃນຂອບ ອ່ອນຄ່າ ຫຼື ແຂງຄ່າ ບໍ່ເກີນ 5%

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນບໍ່ດົນມານີ້ກ່ຽວກັບວຽກງານຈຸດສຸມດ້ານການເງິິນ-ເງິນຕາ ໃນລະຍະ 6 ເດືອນທ້າຍປີນີ້ວ່າ:​ ລັດຖະບານຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໂດຍການຄວບຄຸມປະລິມານເງິນໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 20 % ທຽບໃສ່ປີຜ່ານມາ, ຈະພະຍາຍາມຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເໝາະສົມ, ອັດຕາແລກປ່ຽນເງິນກີບ ທຽບໃສ່ເງິນໂດລາສະຫະລັດ ໃຫ້ເໜັງຕິງໃນຂອບ ອ່ອນຄ່າ ຫຼື ແຂງຄ່າ ບໍ່ເກີນ 5% ທຽບໃສ່ປີຜ່ານມາ, ຈະເຮັດໃຫ້ຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ຢູ່ໃນລະດັບ ທີ່ ສາມາດກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 3 ເດືອນ,ຈະຊຸກຍູ້ໃຫ້ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດ ຢູ່ໃນລະດັບ 58,43% ຂອງ GDP ແລະ ຍອດເຫຼືອສິນເຊືີ່ອຂອງຂະແໜງ ທະນາຄານ ຢູ່ໃນລະດັບ 49,56% ຂອງ GDP ພ້ອມທັງ ຈະຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ໃຫ້ຢູ່ໃນລະດັບບໍ່ເກີນ 3%,  ສືບຕໍ່ຄວບຄຸມອັດຕາເງິນເຟີ້ ແລະ ຮັບປະກັນສະຖຽນລະພາບຂອງຄ່າເງິນກີບ ຢ່າງເຂັ້ມງວດ.

ທ່ານໄດ້ກ່າວຕື່ມອີກວ່າ: ນອກນັ້ນ, ລັດຖະບານຈະສູ້ຊົນເກັບລາຍຮັບຈາກບັນດາຫົວໜ່ວຍທຸລະກິດທີ່ບໍ່ຖືກຜົນກະທົບຫຼາຍປານໃດ ຈາກພະຍາດ ໂຄວິດ-19 ແລະ ຫົວໜ່ວຍອືີ່ນໆ, ປະຕິບັດລາຍຈ່າຍທີ່ຈໍາເປັນໃຫ້ໄດ້ຕາມແຜນການ ລວມທັງການສືບຕໍ່ຊໍາລະໃຫ້ແກ່ການລົງທຶນຂອງລັດ ເພື່ອສ້າງສະພາບຄ່ອງໃນການດໍາເນີນທຸລະກິດ ແລະ ການຈ້າງງານ, ສືບຕໍ່ຫັນລະບົບເກັບລາຍຮັບງົບປະມານ ເປັນທັນສະໄໝໃຫ້ຫຼາຍຂຶ້ນ ໂດຍເຊືີ່ອມຕໍ່ກັບລະບົບທະນາຄານໃຫ້ ກວ້າງຂວາງ ເພືີ່ອຫຼຸດຜ່ອນການຮົ່ວໄຫຼງົບປະມານ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ກວດກາ ແລະ ປະຕິບັດວິໄນຕໍ່ພະນັກງານທີ່ເຮັດຜິດກົດໝາຍ ແລະ ລະບຽບການ, ປັບປຸງການຈັດຕັ້ງຢູ່ຫົວໜ່ວຍເກັບ ແລະ ຄຸ້ມຄອງລາຍຮັບ, ກະຊວງການເງິນ ໄດ້ອອກລະບຽບສະເພາະເພີ່ມເຕີມ ເພືີ່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຂອງກົງຈັກໃນຂົງເຂດການເງິນຢ່າງຕັ້ງໜ້າ,  ສືບຕໍ່ປະຢັດ-ຈໍາກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດທີ່ສາມາດປະຕິບັດໄດ້ ແລະ ຄົົ້ນຄວ້າຊອກແຫຼ່ງລາຍຮັບ ເພືີ່ອເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ໂດຍການສົ່ງເສີມການສົ່ງອອກ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply