ປທສ ຈະເປີດໃຊ້ລະຫັດອິນເຕີເນັດເປັນພາສາລາວ . ລາວ ໃນໄວໆນີ້

ປທສ ຈະເປີດໃຊ້ລະຫັດອິນເຕີເນັດເປັນພາສາລາວ . ລາວ ໃນໄວໆນີ້

ຫ້ອງການ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງກະຊວງ, ອົງການທຽບເທົ່າ, ຫ້ອງວ່າການແຂວງ ໃນຂອບເຂດທົ່ວປະເທດ ໃຫ້ຮູ້ວ່າ:  ປທສ ຈະໄດ້ເປີດໃຫ້ບໍລິການລະຫັດຊື່ອິນເຕີເນັດເປັນພາສາທ້ອງຖິ່ນກໍ່ຄືພາສາລາວ ‘‘ . ລາວ ’’ ໃນໄວໆນີ້ ຊຶ່ງລະຫັດດັ່ງກ່າວແມ່ນລະຫັດອິນເຕີເນັດທີ່ສ້າງຂຶ້ນໃໝ່ໂດຍໄດ້ຮັບອະນຸມັດຈາກອົງການ ICANN. ສະນັ້ນຈຶ່ງເຫັນຄວາມສໍາຄັນໃນການສະຫງວນລະຫັດຊື່ອິນເຕີເນັດດັ່ງກ່າວເພື່ອບໍ່ໃຫ້ບຸກຄົນທົ່ວໄປນໍາໄປຈົດທະບຽນໃຊ້ກ່ອນ.

‘‘. ລາວ ’’ ທີ່ມີຄວາມໝາຍສໍາຄັນ ແລະ ກ່ຽວກັບວຽກງານໃນອົງການຈັດຕັ້ງຂອງຕົນທີ່ເປັນພາສາລາວ, ພາສາຕ່າງປະເທດ ແລະ ຕົວຫຍໍ້ເຊັ່ນ: ຊື່ກະຊວງ, ຊື່ແຂວງ, ຊື່ຫ້ອງການ, ຊື່ບຸກຄົນທີ່ສໍາຄັນ ແລະ ຊື່ສະເພາະເປັນຕົ້ນ (ຕົວຢ່າງ: ປທສ.ລາວ, ສູນອິນເຕີເນັດ.ລາວ, ໄປສະນີ.ລາວ, mpt.ລາວ ແລະ ອື່ນໆ).

ແຈ້ງການຍັງໄດ້ລະບຸໄວ້ຕື່ມອີກວ່າ: ສະເໜີໃຫ້ກະຊວງ, ອົງການທຽບເທົ່າ, ບັນດາແຂວງໃນຂອບເຂດທົ່ວປະເທດຈົ່ງແຈ້ງການຫາບັນດາກົມທຽບເທົ່າພາຍໃນກະຊວງຂອງຕົນເພື່ອສັງລວມບັນດາລະຫັດຊື່ອິນເຕີເນັດ ເເລະ ນໍາສົ່ງໃຫ້ສູນອິນເຕີເນັດແຫ່ງຊາດ ຢູ່ບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ອນວັນທີ 31 ກໍລະກົດ ທີ່ຈະມາເຖິງນີ້.  

ຂ່າວ: ວຽງຈັນທາຍ

ພາບປະກອບ

Related Articles

Leave a Reply