ແຂວງ ຫຼວງພະບາງ ປຶກສາຫາລືກ່ຽວກັບການສ້າງແຜນແມ່ບົດ ການປູກໄມ້ ແລະ ຟື້ນຟູປ່າ, ເພື່ອກໍານົດເປົ້າໝາຍ ແລະ ຕົວເລກຄາດໝາຍ ຂອງການປູກໄມ້ ແລະ ຟື້ນຟູປ່າ ໃຫ້ສອດຄ່ອງກັບແຜນຍຸດທະສາດປ່າໄມ້ ແລະ ແຜນພັດທະນາຂອງລັດຖະບານ.
ໃນລະຫວ່າງວັນທີ 18-19 ມິຖຸນາ 2026, ນະຄອນ ຫຼວງພະບາງ, ແຂວງ ຫຼວງພະບາງ ໄດ້ຈັດ ກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນແມ່ບົດ ການປູກໄມ້ ແລະ ຟື້ນຟູປ່າ.
ໂດຍເປັນປະທານຂອງ ທ່ານ ຄໍາເຜືອ ສີຣິວົງ, ຮອງຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ. ພະນັກງານຂົງເຂດ ກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ຫຼວງພະບາງ, ຫຼວງນໍ້າທາ, ຜົ້ງສາລີ, ໄຊຍະບູລີ, ບໍ່ແກ້ວ, ອຸດົມໄຊ, ຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ ເຂົ້າຮ່ວມ.
ທ່ານ ຄໍາເຜືອ ສີຣິວົງ ໄດ້ກ່າວເປີດກອງປະຊຸມ ໂດຍເນັ້ນໃຫ້ບັນດາຜູ້ເຂົ້າຮ່ວມເອົາໃຈໃສ່ ປຶກສາຫາລືບັນດາກິດຈະກໍາທີ່ສໍາຄັນ ເປັນຕົ້ນ ການກໍານົດເປົ້າໝາຍ ແລະ ຕົວເລກຄາດໝາຍ ຂອງການປູກໄມ້ ແລະ ຟື້ນຟູປ່າ ໃຫ້ສອດຄ່ອງກັບແຜນຍຸດທະສາດປ່າໄມ້ ແລະ ແຜນພັດທະນາຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ.
ໂດຍເຮັດເປັນ 2 ໄລຍະ ຄື: ໄລຍະ 1 ແຕ່ປີ 2026 ຫາ 2030 ແລະ ໄລຍະທີ 2 ແຕ່ ປີ 2031 ຫາ 2035, ການວິເຄາະສະພາບພື້ນທີ່ ປູກໄມ້ ແລະ ຟື້ນຟູປ່າຕົວຈິງ ໃຫ້ສາມາດຈັດຕັ້ງປະຕິບັດຢູ່ໃນການມີສ່ວນຮ່ວມຂອງທ້ອງຖິ່ນ ຕະຫຼອດຮອດປະຊາຊົນ ໃນການດຳເນີນວຽກງານ.
ໃນລະຫວ່າງກອງປະຊຸມ, ກົມປ່າໄມ້ ໄດ້ນໍາສະເໜີພາບລວມຂອງແຜນແມ່ບົດການຟື້ນຟູປ່າໄມ້, ເນື້ອໃນສຳຄັນ ແລະ ເປົ້າໝາຍສຳຄັນ ໃນໄລຍະຕໍ່ໜ້າ.
ທັງມີການນຳສະເໜີ ລາຍງານຜົນໄດ້ຮັບຂອງການປຶກສາຫາລືກ່ຽວກັບນະໂຍບາຍປ່າໄມ້, ເຊິ່ງໄດ້ຮັບການປະກອບຄຳເຫັນຈາກຫຼາຍພາກສ່ວນທີ່ເຂົ້າຮ່ວມ ເພື່ອສ້າງເປັນຂໍ້ສະເໜີແນະນໍາ ຕໍ່ການປັບປຸງແຜນແມ່ບົດການຟື້ນຟູປ່າ ໃຫ້ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ ໃນທົ່ວປະເທດ.
ກອງປະຊຸມຄັ້ງນີ້ ຈັດຂື້ນໂດຍກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຮ່ວມກັບ ໂຄງການສົ່ງເສີມປ່າປູກ ແລະ ອຸດສາຫະກໍາປຸງແຕ່ງໄມ້ ແບບຍືນຍົງ ຢູ່ ສປປ ລາວ ແລະ ອົດສະຕຣາລີ (VALTIP4), ໂຄງການຟື້ນຟູປ່າໄມ້ ເພື່ອຜົນຕອບແທນ ທາງດ້ານເສດຖະກິດ (FREO), ໂຄງການ ປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ (ProFEB) ເປັນໜຶ່ງໃນໂຄງການ ຈີໄອແຊັດ (GIZ).

