ຍີ່ປຸ່ນ ສະໜອງທຶນການສຶກສາ ພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ

ຍີ່ປຸ່ນ ສະໜອງທຶນການສຶກສາ ພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ

ລັດຖະບານຍີ່ປຸ່ນ ໄດ້ລົງນາມເອກະສານແລກປ່ຽນ ໂຄງການສະໜອງທຶນການສຶກສາໃນການພັດທະນາຊັບພະນາກອນມະນຸດ (The Project for Human Resource Development Scholarship) ໃຫ້ແກ່ ສປປ ລາວ ມູນຄ່າ 378 ລ້ານເຢນ (ປະມານ 2,3 ລ້ານໂດລາສະຫະລັດ)

ພິທີລົງນາມເອກະສານ ດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ  ແລະ ທ່ານ ໂຄອິຊຸມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີພາກສ່ວນກຽວຂ້ອງຂອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍ ເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ ແລະ ຢືນຢັນວ່າຈະນໍາໃຊ້ການຊ່ວຍເຫຼືອທຶນການສຶກສາຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ, ພ້ອມທັງສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງຕໍ່ເນື່ອງໃນຊຸມປີຕໍ່ໜ້າ ແລະ ສືບຕໍ່ຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບໃນປີ 2025 ທີ່ຜ່ານມາ ໃຫ້ເປັນຮູບປະທໍາ ແລະ ເລິກເຊິ່ງຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ໃນໂອກາດດຽວກັນ, ທ່ານ ໂຄອິຊຸມິ ຊຶໂຕະມຸ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ​ເພື່ອນໍາເອົາ​ຜົນ​ປະ​ໂຫຍດສູງສຸດ ມາສູ່ ​ປະຊາຊົນ​ສອງ​ຊາດ ຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ.

ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃນການສະໜອງທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ ຫຼື ທຶນການສຶກສາ JDS ໃນໄລຍະຜ່ານມາ ໄດ້ຍົກລະດັບຂີດຄວາມສາມາດ ຂອງພະນັກງານລັດຖະກອນໜຸ່ມຂອງລາວຫຼາຍກວ່າ 500 ຄົນ ໃນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກໃນຫຼາກຫຼາຍສາຂາວິຊາ ເປັນຕົ້ນ ການບໍລິຫານລັດ, ເສດຖະກິດ, ການພົວພັນສາກົນ, ກະສິກຳ, ສິ່ງແວດລ້ອມ ແລະ ອື່ນໆ ຢູ່ບັນດາມະຫາວິທະຍາໄລທີ່ມີຊື່ສຽງຂອງຍີ່ປຸ່ນ ຊຶ່ງພະນັກງານ-ລັດຖະກອນລາວ ທີ່ໄດ້ຮັບທຶນການສຶກສາດັ່ງກ່າວ ໄດ້ນໍາເອົາຄວາມຮູ້,​ ບົດຮຽນ ແລະ ປະສົບການທີ່ຫຼາກຫຼາຍຈາກປະເທດຍີ່ປຸ່ນ ມາຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ກໍຄື ການສືບຕໍ່ສ້າງສາ ແລະ ພັດທະນາ ສປປ ລາວ ເປັນແຕ່ລະໄລຍະ.

ການຊ່ວຍເຫຼືອໃນຂົງເຂດການພັດທະນາຊັບພະຍາກອນມະນຸດ ແມ່ນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂະແໜງການສຶກສາ ເປັນຕົ້ນ ການກໍ່ສ້າງ ແລະ ສ້ອມແປງໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ, ການປັບປຸງສູນພັດທະນາຄູຂັ້ນແຂວງ ກໍຄື ການປັບປຸງສະພາບແວດລ້ອມການສຶກສາ, ການສະໜອງອຸປະກອນການສຶກສາທີ່ຈຳເປັນ, ການສະໜອງທຶນການສຶກສາ ແລະ ອື່ນໆ.

ນອກຈາກນັ້ນ, ຕະຫຼອດໄລຍະຫຼາຍປີຜ່ານມາ ​ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍັງໄດ້ສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະ ອື່ນໆ, ພິເສດ ການຊ່ວຍເຫຼືອຢ່າງທັນການ ຢູ່ຂົງເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ການເກັບກູ້ລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ.

ຂໍ້ມູນ: ກົມການຂ່າວ, ກະຊວງການຕ່າງປະເທດ

Related Articles

Leave a Reply