ຄົນຫາປາຈົມນໍ້າຢູ່ບຶງທາດຫລວງຍັງບໍ່ຮູ້ຊາຕາກໍາ

ຄົນຫາປາຈົມນໍ້າຢູ່ບຶງທາດຫລວງຍັງບໍ່ຮູ້ຊາຕາກໍາ

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງປະເທດລາວ 1623 ແຈ້ງໃຫ້ຮູ້ວ່າ: ໃນຕອນບ່າຍມື້ນີ້ ວັນທີ 28 ມິຖຸນາ 2020 ເວລາປະມານ 12: 30 ໂມງ ໄດ້ເກີດເຫດຄົນຫາປາຈົມນໍ້າຢູ່ບຶງທາດຫລວງ, ຢູ່ຂ້າງຂົວຂ້າມບຶງທາດຫລວງທາງຕັດໃໝ່ ( ທາງ 450 ປີ) ບ້ານດອນນົກຂຸ້ມ ຫາບ້ານເມືອງນ້ອຍ – ຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ຜູ້ທີ່ຈົມນໍ້າເປັນເພດຊາຍ ແລະ ໄດ້ຈົມນຳຢູ່ກາງໜອງໃຫ່ຍຂ້າງຂົວດັ່ງກ່າວ.

ຜູ້ເຫັນເຫດການທີ່ມາຫາປາຄືກັນໄດ້ກ່າວວ່າ: ຊາຍຄົນດັ່ງກ່າວທີ່ຈົມນໍ້າແມ່ນກໍາລັງລອຍຢາມມອງຢູ່ກາງໜອງ, ບໍ່ມີເຮືອມີແຕ່ຄຸທີ່ກຽມໄວ້ໃສ່ປາ. ໃນຂະນະທີ່ລາວຫາປາຢູ່ນັ້ນໄດ້ຍິນສຽງຄົນຮ້ອງວ່າຊ່ວຍແດ່,  ລາວກໍ່ແລ່ນມາເບິ່ງກໍພໍດີເຫັນຊາຍຄົນດັ່ງກ່າວກໍາລັງຈະຈົມນໍ້າ, ລາວໄດ້ໂຍນຂຸໄປໃຫ້ເພີ່ນເພື່ອໃຫ້ເພີ່ນຈັບ ແຕ່ໂຍນບໍ່ເຖິງ ຊາຍຄົນດັ່ງກ່າວກໍໄດ້ຈົມລົງນໍ້າທັນທີ.

ໃນຂະນະນີ້, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງປະເທດລາວ 1623 ກໍາລັງລໍຖ້ານັກປະດານໍ້າ ເພື່ອທີ່ຈະລົງງົມຄົ້ນຫາຊາຍຄົນດັ່ງກ່າວ.  ເມື່ອ ປີ 2018 ແລະ ປີ 2019 ກໍມີຄົນຫາປາຈົມນໍ້າ ແລະ ເສຍຊີວິດຢູ່ໜອງດັ່ງກ່າວ.

ສ່ວນຄວາມຄືບໜ້າເພີ່ມເຕີມຈະລາຍງານພາຍຫຼັງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply