ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການມື້ເຊົ້ານີ້ ວັນທີ 30 ມິຖຸນາ 2020 ວ່າ: ຈະມີການປັບເພີ່ມລາຄານໍ້າມັນເຊື້ອໄຟທຸກປະເພດ ເລີ່ມມື້ອື່ນ ວັນທີ 1 ກໍລະກົດ 2020 ເວລາ 6 ໂມງເຊົ້າ ຊຶ່ງການປັບໃນຄັ້ງນີ້ ຈະປັບລາຄານໍ້າມັນແອດຊັງພິເສດ ແລະ ທໍາມະດາເພີ່ມຂື້ນ 240 ກີບ/ລິດ ແລະ ກາຊວນ 220 ກີບ/ລິດ.
ການປັບລາຄາໃນຄັ້ງນີ້ແມ່ນໃຫ້ຫຼຸດຄັງແຮນໍ້າມັນແອັດຊັງພິເສດ 510 ກີບ/ລິດ ແລະ ແອັດຊັງທໍາມະດາ 515 ກີບ/ລິດ ແລະ ກາຊວນ 230 ກີບ/ລິດ.
ໃນວັນທີ 12 ມິຖຸນາ ທີ່ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ກໍໄດ້ມີການແຈ້ງການປັບລາຄານໍ້າມັນເຊື້ອໄຟທຸກປະເພດມາແລ້ວ ຄື: ແອັດຊັງພິເສດ ແລະ ທໍາມະດາປັບຂື້ນ 230 ກີບ/ລິດ ແລະ ກາຊວນປັບຂື້ນ 200 ກີບ/ລິດ.
ຂ່າວ: ວຽງຈັນທາຍ

