ສະມາຊິກສະພາແຫ່ງຊາດໄດ້ ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາມື້ວານນີ້ ວັນທີ 30 ມິຖຸນາ 2020 ຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII, ກ່ຽວກັບຮ່າງກົດໝາຍການປັບປຸງບາງມາດຕາ 3 ສະບັບ ໂດຍປະກອບມີກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
ທ່ານ ພົງສະເໜ່ ຍຸດຕິທຳ ຫົວໜ້າຄະນະຮັບຜິດຊອບວຽກງານເລືອກຕັ້ງ ສະພາແຫ່ງຊາດ ໄດ້ອະທິບາຍກ່ຽວກັບກົດໝາຍ 3 ສະບັບນີ້ ວ່າ: ໂດຍລວມແລ້ວໂຄງປະກອບ ຫຼື ໂຄງສ້າງການປັບປຸງກົດໝາຍ 3 ສະບັບດັ່ງກ່າວ ແມ່ນຕ່າງຈາກການປັບປຸງແຕ່ລະກົດໝາຍທີ່ຜ່ານມາ ແລະ ເປັນເທື່ອທຳອິດທີ່ໄດ້ໂຮມເອົາທັງ 3 ກົດໝາຍດັ່ງກ່າວເຂົ້າເປັນສະບັບດຽວ.
ທ່ານ ພົງສະເໜ່ ໃຫ້ຮູ້ຕື່ມວ່າ: ກົດໝາຍ 3 ສະບັບດັ່ງກ່າວ: ໃນນັ້ນ ກົດໝາຍວ່າດ້ວຍສະພາແຫ່ງຊາດ ມີການປັບປຸງມີ 15 ມາດຕາ, ເພີ່ມ 1 ມາດຕາ; ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ໄດ້ປັບປຸງ 13 ມາດຕາ, ເພີ່ມ 1 ມາດຕາ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ປັບປຸງ 3 ມາດຕາ.
ດັ່ງນັ້ນ, ເມື່ອກົດໝາຍ 3 ສະບັບທີ່ມີການປັບປຸງ, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະເຮັດໃຫ້ການຈັດຕັ້ງໃນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສອດຄ່ອງກັບແນວທາງນະໂຍບາຍ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງໜ້າທີ່ການເມືອງ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ

