ອົງການກາແດງລາວ ໃຫ້ຮູ້ວ່າ: ສູນເລືອດແຫ່ງຊາດ ອົງການກາແດງລາວ ຈະຮ່ວມກັບສູນກາງສະຫະພັນແມ່ຍິງລາວ ຈັດກິດຈະກຳບໍລິຈາກເລືອດແບບເປີດກວ້າງ ຢູ່ສູນການຄ້າວຽງຈັນເຊັນເຕີ ຊັ້ນ 1, ນະຄອນຫຼວງວຽງຈັນ ໃນວັນມື້ວັນອັງຄານທີ 7 ກໍລະກົດນີ້, ເລີ່ມແຕ່ເວລາ 08:30-16:00 ໂມງ ເພື່ອເປັນການຄຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ ພາຍໃຕ້ຄຳຂວັນ ” 65 ປີ ມີໄຊ ຮ່ວມໃຈບໍລິຈາກເລືອດ ຕ້ານໂຄວິດ-19 ແລະ ໄຂ້ຍຸງລາຍ “.
ທ່ານໃດທີ່ສົນໃຈຢາກຊ່ວຍສັງຄົມ ຫຼື ຊ່ວຍຄົນເຈັບທີ່ມີຄວາມຕ້ອງການເລືອດ, ຂໍເຊີນ ມາຮ່ວມກິດຈະກໍາດັ່ງກ່າວໄດ້. ໃນປັດຈຸບັນນີ້, ຄົນເຈັບຈາກພະຍາດຕ່າງໆ ຫຼື ຈາກອຸປະຕິ ເຫດມີຄວາມຕ້ອງການເລືອດ 300 ຖົງ ຕໍ່ມື້, ໂດຍລວມແລ້ວຄົນເຈັບຢູຸ່ລາວທີ່ຕ້ອງ ການໃຊ້ເລືອດແມ່ນບໍ່ຕໍ່າກວ່າ 40.000 ຄົນຕໍ່ປີ.
ຂ່າວ: ວຽງຈັນທາຍ

