ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສະເໜີ ປັບປຸງ 4 ມາດຕາ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສະເໜີ ປັບປຸງ 4 ມາດຕາ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສະເໜີ ປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ

ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ມື້ເຊົ້ານີ້ວັນທີ 1 ກໍລະກົດ 2020ນີ້.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງ ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ສະບັບປີ 2017 ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປີ 2012 ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019;

ໄດ້ສະເໜີປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ຈຳນວນ 2 ມາດຕາຄື: ມາດຕາ 34 ທີ່ດິນບໍລິເວນນໍ້າ ແລະ ມາດຕາ 35 ການນຳໃຊ້, ການປົກປັກຮັກສາ ແລະ ການພັດທະນາທີ່ດິນບໍລິເວນນໍ້າ. ສ່ວນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແມ່ນປັບປຸງ ມາດຕາ 18 ການສ້າງແຜນຄຸ້ມຄອງສິ່ງແວດລ້ອມຮອບດ້ານ ແລະ ມາດຕາ 19 ການປະເມີນສິ່ງແວດລ້ອມແບບຍຸດທະສາດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply