ການອອກອະນຸຍາດສໍາປະທານດິນ ທີ່ຂັດກັບກົດໝາຍຍັງມີຢູ່

ການອອກອະນຸຍາດສໍາປະທານດິນ ທີ່ຂັດກັບກົດໝາຍຍັງມີຢູ່

ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີ ຕໍ່ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້  ເມື່ອບໍ່ດົນມານີ້  ທີ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ຢາກໃຫ້ລັດຖະບານ ຫຼື ກະຊວງກະສິກໍາ ແລະ ປ່າໄມ້ ແກ້ໄຂ ຕໍ່ການອະນຸຍາດບຸກເບີກເນື້ອທີ່ດິນ 500 ກວ່າເຮັກຕາເພື່ອປູກໄມ້ວິກຢູ່ບ້ານດົງບັງ ແຂວງສະຫວັນນະເຂດ ເພາະວ່າອິງໃສ່ກົດໝາຍການອະນຸມັດບຸກ ເບີກ ເນື້ອທີ່ດິນເພື່ອປູກໄມ້ກະສິກຳ ແມ່ນຈະຕ້ອງເປັນດິນປອກໂລ້ນ. ນອກນັ້ນຍັງມີບັນຫາກ່ຽວກັບການອະນຸມັດໃຫ້ເອກະຊົນສຳປະທານເນື້ອທີ່ດິນ, ການບຸກລຸກເນື້ອທີ່ປ່າໃນເຂດປ່າສະຫງວນ ແລະ ບັນຫາການລ້ຽງສັດ ໂດຍສະເພາຜູ້ປະກອບການລ້ຽງໝູ ຊຶ່ງພາກລັດມີການເກັບຄ່າບໍລິການ ຫລາຍຂັ້ນຫລາຍຂອດ ສ້າງຄວາມທໍ້ຖອຍໃຫ້ຜູ້ປະກອບການ ແລະ ບັນຫາອື່ນໆ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply