ລາວ ຈະເປີດສູນແຫ່ງຊາດ ກວດສອບຄຸນນະພາບ ສະບຽງອາຫານ ໃນປີນີ້

ລາວ ຈະເປີດສູນແຫ່ງຊາດ ກວດສອບຄຸນນະພາບ ສະບຽງອາຫານ ໃນປີນີ້

ລັດຖະບານລາວ ມີແຜນຈະເປີດສູນແຫ່ງຊາດ ກວດສອບຄຸນນະພາບ ສະບຽງອາຫານ ແລະ ເຄື່ອງດື່ມ ທີ່ນຳເຂົ້າ ຫຼື ຜະລິດ ຢູ່ ສປປ ລາວ ໃນປີ 2020 ນີ້.

ຫວ່າງບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນສັນຍາ ກ່ຽວກັບການກໍ່ສ້າງສູນແຫ່ງຊາດກວດສອບຄຸນນະພາບສະບຽງອາຫານ ແລະ ເຄື່ອງດຶ່ມ ລະຫວ່າງ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ແລະ ທ່ານ Xie Yu, ປະທານບໍລິສັດ Tech Food ຂອງຈີນ.

ທ່ານ ຫົວໜ້າກົມມາດຕະຖານ ແລະ ວັດແທກ ໃຫ້ຮູ້ວ່າ: ຫຼັງຈາກການກໍ່ສ້າງສູນແຫ່ງຊາດ ສໍາເລັດໃນປີນີ້, ມັນຈະມີບົດບາດສຳຄັນໃນການຮັບປະກັນຄຸນນະພາບຂອງອາຫານ ແລະ ເຄື່ອງດື່ມ, ລວມທັງຜະລິດຕະພັນທີ່ນຳເຂົ້າ ແລະ ຈຳໜ່າຍ ພາຍໃນປະເທດ, ຊຶ່ງສູນໃໝ່ນີ້ ຈະມີອຸປະກອນຫ້ອງທົດລອງທີ່ທັນສະໄໝ ແລະມີພະນັກງານທີ່ມີຄຸນນະພາບສູງ, ສາມາດຮັບປະກັນໃຫ້ປະຊາຊົນສາມາດເຂົ້າເຖິງອາຫານ ແລະ ເຄື່ອງດື່ມ ທີ່ມີຄຸນນະພາບສູງຢ່າງສະໝໍ່າສະເໝີ.

ສໍາລັບສູນດັ່ງກ່າວ ຈະສາມາດຕິດຕາມທຸກຜະລິດຕະພັນອາຫານທີ່ນຳເຂົ້າຈາກປະເທດໃກ້ຄຽງ, ພ້ອມທັງກວດສອບທາງດ້ານມາດຕະຖານ ຄຸນນະພາບຂອງສະບຽງອາຫານ ແລະ ເຄື່ອງດື່ມ ເພື່ອຮອງຮັບດ້ານສຸຂະພາບ, ການຈະເລີນພັນຂອງຜູ້ບໍລິໂພກ, ຄຸນນະພາບຂອງໂພສະນາການ ແລະ ອື່ນໆທີ່ຕິດພັນກັບຄວາມປອດໄພຂອງຜູ້ຊົມໃຊ້.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply