ເມືອງ ສາມັກຄີໄຊ ແຂວງອັດຕະປື ໄດ້ເປີດຂະບວນການຍ່າງ ເພື່ອໂຄສະນາສຸຂະສືກສາ ກ່ຽວກັບ ການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ພະຍາດໄຂ້ຍຸງລາຍ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2020 ນີ້ ທີ່ສວນສາທາລະນະເຈົ້າໄຊຍະເສດຖາທິລາດ.
ໃນພິທີເປີດຂະບວນການຍ່າງດັ່ງກ່າວ, ທ່ານ ບຸນທະມະລີ ໝັ້ນອານົງ ເຈົ້າເມືອງສາມັກຄີໄຊ ໄດ້ກ່າວວ່າ: ຈຸປະສົງການຈັດກິດຈະກໍາຍ່າງຄັ້ງນີ້ ແມ່ນ ເພື່ອປຸກລະດົມທົ່ວສັງຄົມພາຍໃນເມືອງ ສາມັກຄີໄຊ ໃຫ້ເປັນເຈົ້າການຕ້ານພະຍາດໄຂ້ຍູງລາຍ, ບໍ່ໃຫ້ໄຂ້ຍຸງລາຍແຜ່ລະບາດ, ປຸກລະດົມປະຊາຊົນໃຫ້ເປັນເຈົ້າການ ຮ່ວມກັນ ປະຕິບັດຫຼັກການ 5 ປໍ ທີ່ກະຊວງສາທາລະນະສຸກວາງອອກ, ໂດຍສະເພາະ ເວລາເປັນໄຂ້ບໍ່ຄວນຊື້ຢາມາກິນເອງ, ຖ້າຄົນໃນຄອບຄົວມີການເຈັບໄຂ້ກໍໃຫ້ໄປພົບແພດຕາມໂຮງໝໍແຂວງ, ເມືອງ ຫຼື ສຸກສາລາໃກ້ບ້ານກໍ່ຍິ່ງເປັນການດີ.
ສະພາບການລະບາດຂອງພະຍາດໄຂ້ຍູງລາຍຢູ່ເມືອງສາມັກຄີໄຊ, ເລີ່ມແຕ່ເດືອນມັງກອນ 2020 ເຖິງເດືອນພຶດສະພາ 2020, ທົ່ວເມືອງສາມັກຄີໄຊ ພົບກໍລະນີຜູ້ຕິດເຊື້ອໄຂ້ຍູງລາຍແລ້ວ 58 ກໍລະນີ, ແຕ່ບໍ່ທັນມີກໍລະນີເສຍຊີວິດ. ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ແມ່ນມີທ່າອ່ຽງເພີ່ມຂຶ້ນ, ບ້ານທີ່ພົບກໍລະນີຜູ້ຕິດເຊື້ອຫຼາຍກວ່າໝູ່ ແມ່ນບ້ານ ຮົມ, ບ້ານ ຕະມໍເລີຍ, ບ້ານ ໃຫຍ່ເຊກະໝານ.
ສໍາລັບຂະບວນການຍ່າງໂຄສະນາສຸຂະສືກສາ ກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ພະຍາດໄຂ້ຍຸງລາຍ ຢູ່ເມືອງ ສາມັກຄີໄຊ ຄັ້ງນີ້ ແມ່ນໄດ້ເລີ່ມແຕ່ຈຸດເສັ້ນທາງສວນສາທາລະນະຂອງແຂວງ ອອກສູ່ເສັ້ນທາງເຂດບ້ານ ເຊກອງ, ບ້ານ ເມືອງໃໝ່ ແລະ ບ້ານ ວັດຫລວງ, ລວມໄລຍະທາງປະມານ 4 ກິໂລແມັດ, ພ້ອມກັບການທໍາລາຍແຫຼ່ງເພາະພັນໜອນນໍ້າຍູງລາຍຕາມບ້ານເຮືອນຂອງປະຊາຊົນນໍາອີກດ້ວຍ.
ຂ່າວ: ວັດທະນາ ຫຼວງອາໄພ

