ຝູງຕັກແຕນໄມ້ປ່ອງທຳລາຍຜົນຜະລິດເສຍຫາຍ 80 ກ່ວາເຮັກຕາ ຢູ່ເມືອງໃໝ່

ຝູງຕັກແຕນໄມ້ປ່ອງທຳລາຍຜົນຜະລິດເສຍຫາຍ 80 ກ່ວາເຮັກຕາ ຢູ່ເມືອງໃໝ່

ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໃໝ່ ແຂວງຜົ້ງສາລີ ແຈ້ງໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາ ຮອດປັດຈຸບັນນີ້ ຝູງຕັກແຕນໄມ້ປ່ອງ ໄດ້ເຂົ້າທໍາລາຍ ພຶດ, ຜັກ, ເຂົ້າໄຮ່ ແລະ ຜົນລະປູກອື່ນໆ ຂອງພໍ່ແມ່ປະຊາຊົນ ບ້ານແສນຫລວງ ເມືອງໃໝ່ ແຂວງ ຜົ້ງສາລີ  ເສຍຫາຍແລ້ວ 84,38 ເຮັກຕາ ຊຶ່ງມີປະຊາຊົນໄດ້ຮັບຜົນກະທົບ 63 ຄອບຄົວ, ປະເມີນມູນຄ່າເສຍຫາຍເບື້ອງຕົ້ນແມ່ນປະມານ 135 ລ້ານກວ່າກີບ.
ທ່ານ ວຽງສະໄໝ ສີສົງຄາມ ຫົວໜ້າຫ້ອງການ ກະສິກໍາ ແລະ ປ່າໄມ້ ເມືອງໃໝ່ ໃຫ້ຮູ້ວ່າ :ຕັກແຕນຝຸງໄມ້ປ່ອງເລີ່ມລະບາດຢູ່ເມືອງໃໝ່ ນັບແຕ່ປີ 2015. ທາງພາກສ່ວນທີ່ກ່ຽວຂ້ອງໄດ້ລົງສຳຫລວດຈຸດວາງໄຂ່ຂອງຕັກແຕນທົ່ວເມືອງໃໝ່ ຢູ່ 20 ບ້ານ, ສາມາດພົບຈຸດວາງໄຂ່ 24 ຈຸດ, ມາຮອດທ້າຍເດືອນເມສາ ຫາ ຕົ້ນເດືອນພຶດສະພາ ຕັກແຕນໄດ້ເປັນຕົວອ່ອນ, ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງຊີ້ນຳ-ນຳພາພໍ່ແມ່ປະຊາຊົນໃນການເຝົ້າລະວັງ ແລະ ຄວບຄຸມຕັກແຕນຝຸງໄມ້ປ່ອງດ້ວຍການແນະນຳໃຫ້ພໍ່ແມ່ປະຊາຊົນນໍາໃຊ້ແບບພື້ນເມືອງໄລ່ ແລະ ນໍາໃຊ້ຢາສີດ ແຕ່ບໍ່ສາມາດປ້ອງກັນໄດ້ທົ່ວເຖິງ ຈຶ່ງໄດ້ກໍ່ໃຫ້ເກີດຜົນເສຍຫາຍຂອງພຶດຜັກ ຈາກຝຸງຕັກແຕນດັ່ງກ່າວ.

ຂ່າວ: ວຽງຈັນທາຍ

 

ພາບປະກອບ

Related Articles

Leave a Reply