ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ລົງຢຽ້ມຢາມ ໃນບໍ່ດົນມານີ້ ປະຊາຊົນ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເມືອງໂຂງ ແຂວງຈໍາປາສັກ.
ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ເນັ້ນໃຫ້ອໍານາດການປົກຄອງ ແລະ ປະຊາຊົນເມືອງໂຂງ ສືບຕໍ່ຮັກສາມູນເຊື້ອ, ສືບຕໍ່ສ້າງເມືອງໂຂງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ພາຍໃນ ແລະ ຕ່າງປະເທດ ໄດ້ຮູ້ຈັກຫລາຍຂຶ້ນ. ພ້ອມນີ້ກໍໃຫ້ກຽມຄວາມພ້ອມໃນທຸກດ້ານໃນການຟື້ນຟູການທ່ອງທ່ຽວ ພາຍຫລັງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ 19 ໂດຍການຮັກສາຮູບແບບການທ່ອງທ່ຽວວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ ໃຫ້ປະຊາຊົນມີສ່ວນຮ່ວມປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ.
ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງເມືອງໂຂງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບເມືອງໂຂງຕໍ່ທ່ານ ລັດຖະມົນຕີ ຖວທ ວ່າ: ເມືອງໂຂງມີແຫຼ່ງທ່ອງທ່ຽວທັງໝົດ 39 ແຫ່ງ (ທໍາມະຊາດ 18 ແຫ່ງ, ວັດທະນະທໍາ 14 ແຫ່ງ ແລະ ປະຫວັດສາດ 7 ແຫ່ງ). ປະຊາຊົນແມ່ນຍືດຖືການກະສີກໍາປູກຝັງ, ລ້ຽງສັດ, ຄ້າຂາຍ ແລະ ບໍລິການທ່ອງທ່ຽວ. ໃນນັ້ນວຽກງານການທ່ອງທ່ຽວ ໄດ້ຮັບການພັດທະນາ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.ໃນປີ 2019 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວ 1 ແສນກວ່າຄົນ, ນັກທ່ອງທ່ຽວພາຍໃນ 38 ພັນກວ່າຄົນ, ນັກທ່ອງທ່ຽວ ຈາກຕ່າງປະເທດ 95 ພັນກວ່າຄົນ. ແຕ່ໃນປີນີ້ ຍ້ອນມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຈໍານວນນັກທ່ອງທ່ຽວຫລຸດລົງ.
ຕໍ່ມາ ທ່ານລັດຖະມົນຕີ ກໍໄດ້ເດີນທາງໄປຢ້ຽມຢາມທ່າເຮືອນາກະສັງ, ຢ້ຽມຊົມນໍ້າຕົກຕາດຄອນພະເພັງ ແລະ ເດີນທາງໄປຢ້ຽມຢາມໂຄງການເຂື່ອນໄຟຟ້າດອນສະຫົງ.
ຂ່າວ: ວຽງຈັນທາຍ

