ອີງຕາມບົດລາຍງານການຄາດຄະເນ ການພັດທະນາຂອງອາຊີ (ADO) ສະບັບເດືອນເມສາ 2026 ໂດຍ ADB ລາຍງານຕໍ່ກອງປະຊຸມການພັດທະນາຂອງອາຊີ ຄາດຄະເນເດືອນເມສາ 2026 ຄວາມຂັດແຍ້ງໃນຕາເວັນອອກກາງ ທ້າທາຍຄວາມທົດທານໃນພາກພື້ນອາຊີ ແລະ ປາຊີຟິກ ຂຶ້ນໃນມື້ນີ້, ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ກາວີຕ້າ ໄອເຢັນກ້າ ຊ່ຽວຊານດ້ານເສດຖະກິດອາວຸໂສຂອງຫ້ອງການ ADB ປະຈໍາ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມວ່າ: ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ຄາດວ່າຈະຫຼຸດລົງຈາກ 4.4% ໃນປີ 2025 ມາທີ່ 4.0% ໃນປີ 2026 ແລະ ຈະກັບມາເພີ່ມຂຶ້ນຢູ່ທີ່ອັດຕາ 4.5% ໃນປີ 2027 ແລະ ຄາດວ່າການເຕີບໂຕຈະໄດ້ຮັບແຮງພັກດັນຈາກຂະແໜງບໍລິການ, ການຜະລິດໄຟຟ້າ, ການກໍ່ສ້າງ ແລະ ການເຊື່ອມໂຍງໃນພາກພື້ນທ່າມກາງສະພາບຄວາມສ່ຽງຈາກພາຍນອກທີ່ເພີ່ມສູງຂຶ້ນ. ພ້ອມນີ້, ໄດ້ສະທ້ອນໃຫ້ເຫັນເຖິງສະຖຽນລະພາບເສດຖະກິດຢ່າງຕໍ່ເນື່ອງຂອງປະເທດພາຍຫຼັງມີການຮັດກຸມເສດຖະກິດມະຫາພາກ, ການປັບຄວາມດຸ່ນດ່ຽງດ້ານການເງິນ ແລະ ການຄ້າຕ່າງປະເທດ ພ້ອມທັງການຟື້ນໂຕຂອງຂະແໜງທ່ອງທ່ຽວ ແລະ ການສົ່ງອອກກະແສໄຟຟ້າ. ເຖິງຢ່າງໃດກໍຕາມ, ຄວາມອ່ອນໄຫວຕໍ່ພາຍນອກ, ການຊຳລະໜີ້ສິນສາທາລະນະທີ່ສູງ ແລະ ຂໍ້ຈຳກັດທາງດ້ານໂຄງສ້າງເສດຖະກິດຍັງຄົງເປັນອຸປະສັກຕໍ່ທິດທາງການເຕີບໂຕໃນໄລຍະກາງ.

