Vientiane Times Lao

ຍີ່ປຸ່ນຊ່ວຍຍົກລະດັບການສຶກສາຊົນເຜົ່າຢູ່ແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າຈຳນວນ 526,999 ໂດລາສະຫະລັດ ໃນວັນທີ 3 ທັນວາ 2019 ເພື່ອຊ່ວຍເຫຼືອການປັບປຸງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຊົນເຜົ່າທີ່ ແຂວງອຸດົມໄຊ, ສປປ ລາວ. ການຊ່ວຍເຫຼືອດັ່ງກ່າວ ແມ່ນໂຄງການທີ່ມີຊື່ວ່າ “ການສຶກສາຂັ້ນພື້ນຖານສຳລັບເດັກນ້ອຍຊົນເຜົ່າທີ່ ແຂວງອຸດົມໄຊ” ເຊິ່ງໃນປີທີ 1 ມີຈຸດປະສົງທີ່ຈະປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ ແລະ ກະກຽມກ່ອນເຂົ້າຮຽນໃຫ້ແກ່ເດັກນ້ອຍຊົນເຜົ່າທີ່ເມືອງປາກແບ່ງ,…

ສະພາຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຫຼັກຊັບສະບັບປັບປຸງ

ບັນດາສະມາຊິກສະພາ ໄດ້ປະກອບຄຳເຫັນ ແລະ ໄດ້ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຫຼັກຊັບ ສະບັບປັບປຸງ ມື້ວານນີ້ ວັນທີ 3 ທັນວາ 2019 ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII, ກົດໝາຍສະບັບດັ່ງກ່າວ ໄດ້ກາຍເປັນເຄື່ອງມື ແລະ ບ່ອນອີງທີ່ສໍາຄັນໃຫ້ແກ່ການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃຫ້ມີການຂະຫຍາຍຕົວເລື້ອຍໆມາ.…

ຄົນລາວສ່ວນຫຼາຍຍັງນິຍົມບໍລິໂພກພືດ-ຜັກ ທີ່ນຳເຂົ້າ

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ແຈ້ງໃຫ້ຮູ້ວ່າ: ຍັງມີຄົນລາວຈຳນວນ ຫຼາຍນິຍົມບໍລິໂພກສິນຄ້າກະສິກຳທີ່ນຳເຂົ້າຈາກປະເທດເພື່ອນບ້ານ ເພາະເຊື່ອວ່າມັນດີກວ່າຜະລິດຕະພັນກະສິກຳທີ່ຜະລິດຢູ່ພາຍໃນ ສະນັ້ນ ຈຶ່່ງເຮັດໃຫ້ການນຳເຂົ້າສິນຄ້າກະສິກຳມີທັງຖືກຕ້ອງ ແລະບໍ່ຖືກຕ້ອງຕາມກົດ ໝາຍຫຼັງໄຫຼເຂົ້າມາປະເທດ ບໍ່ຕໍ່າກວ່າ 10 ຄັນລົດຕໍ່ມື້.  ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຮອງຫົວໜ້າຄະນະສະເພາະກິດສົ່ງເສີມການຜະລິດ…

ນັກສຶກສາລາວເລືອກວິຊາຮຽນບໍ່ແທດເໝາະກັບຄວາມເປັນຈິງຂອງປະເທດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວບາງຕອນສຳຄັນກ່ຽວກັບ ນັກສຶກສາລາວ ທີ່ເລືອກຮຽນວິຊາຊີບ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນບໍ່ດົນມານີ້ວ່າ: ສ່ວນຫຼາຍປະກົດເຫັນວ່ານັກຮຽນທີ່ຈົບຈາກ ມ 7 ແມ່ນຈະ…

ພຽງແຕ່ 29 ປີ ຄົນລາວຕາຍແລ້ວຫຼາຍກວ່າ 2,000 ຄົນຍ້ອນພະຍາດເອສ

ກະຊວງສາທາລະນະສຸກໄດ້ລາຍງານໃຫ້ຮູ້ວ່າ ນັບແຕ່ປີ1990 ຮອດເດືອນ ກັນຍາ 2019 ຢູ່ລາວມີຜູ້ຕິດເຊື້ອເອສໄອວີ/ພະຍາດເອສສະສົມ ແລ້ວທັງໝົດ 11,212 ຄົນ ໃນນີ້ເປັນພະຍາດເອສ 5,665 ຄົນ ແລະ ເສຍຊີວິດແລ້ວ 2,220 ຄົນ ພົບຜູ້ຕິດເຊື້ອຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ ຮອງລົງມາແມ່ນແຂວງ ສະຫວັນນະເຂດ, ຈຳປາສັກ,…

ການນໍາກະຊວງ ຖວທ ພົບປະໂອ້ລົມ ພະນັກງານບໍານານ

ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດງານພົບປະໂອ້ລົມພະນັກ ງານອາວຸໂສບໍານານ ອ້ອມຂ້າງກະຊວງ ໃນ ຕອນເຊົ້າວັນທີ 29 ພະຈິກ 2019 ທີ່ຫໍວັດ ທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໃຫ້ກຽນເປັນ ທ່ານ ກິແກ້ວ ໄຂຄໍາພິທູນ…

ບໍລິສັດຫຸ້ນສ່ວນລາວ-ຈີນຈະຜະລິດຢາປົວ ພະຍາດຫຼາຍປະເພດເພື່ອຫຼຸດຜ່ອນການນຳ ເຂົ້າ

ບໍລິ​ສັດ​ຫຸ້ນສ່ວນລາວ-ຈີນ ມີ​ແຜນຈະດຳ ​​ເນີນ​ການ​ຜະລິດ​ຢາປິ່ວປົວ​ພະຍາດ ​ຢູ່​ເຂດ ​ພັດທະນາ​ກວມ​ລວມ​ໄຊ​ເສດ​ຖາ ນະຄອນ ຫຼວງ​ວຽງຈັນ.   ພິທີ​ວາງ​ສີລາລືກ ກໍ່ສ້າງບໍລິສັດ​ ຜະລິດ​ ຢາ​ໂກ​ເດັນ​ວິດ​ສະ​ດອມ​ (ລາວ) ຈຳກັດ ​ໄດ້ຈັດ​ຂຶ້ນ​ວັນທີ 29 ພະຈິກ 2019 ເຊິ່ງ ​ບໍລິສັດດັ່ງກ່າວ ຈະ​ຜະລະລິດ…

ລົງທຶນຜ່ານປະຕູດຽວ ແຕ່ຍັງບໍ່ເປັນປະຕູດຽວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັ ບາງບັນຫາໃນໂອກາດຊີ້ແຈງຕໍ່ສະມາຊິກສະພາແຫ່ງຊາດ ຫ່ວາງບໍ່ດົນມານີ້ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII  ວ່າ: ຜ່ານມາພາຍໃນປະເທດ ໄດ້ຮັບຜົນກະທົບຫຼາຍດ້ານ ອັນໄດ້ສົ່ງຜົນກະທົບເຮັດໃຫ້ການ ຂະຫຍາຍຕົວເສດຖະກິດຂອງປະເທດເຮົາບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້, ສະນັ້ນເຮັດແນວໃດ ໃນປີ 2020 ຈະພະຍາຍາມເຮັດ…

ພໍ່ແມ່ບາງຄອບຄົວຍັງສົ່ງເສີມໃຫ້ລູກໄປແຕ່ງງານກັບຄົນຕ່າງປະເທດ ສາເຫດຍ້ອນຄອບຄົວທຸກຍາກ

ບັນດາສະມາຊິກສະພາໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຄວາ ສະເໝີພາບຍິງ-ຊາຍໃນມື້ວານນິ້ ວັນທີ 28 ພະຈິກ 2019 ຢູ່ ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ເຊິ່ງກົດໝາຍ ດັ່ງກ່າວເປັນກົດໝາຍສ້າງໃໝ່ວ່າ: ຍັງມີບາງຄອບຄົວ ຫຼື ສະມາຊິກພາຍໃນ ຄອບຄົວບາງຄົນ ສົ່ງເສີມໃຫ້ລູກສາວສ້າງຄອບຄົວກັບຄົນຕ່າງປະເທດ ຍ້ອນຄອບຄົວມີຖານະທຸກຍາກ…

ໃນອະນາຄົດພະນັກງານບຳນານອາດຈະໄດ້ຊື້ພາຫະນະບໍ່ແມ່ນເອົາໄປລ້າໆ

ກະຊວງການເງິນໄດ້ແຈ້ງໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ ປັດຈຸບັນທາງກະຊວງກຳລັງ ຊອກຫາວິທີຄົ້ນຄົ້ວເພື່ອອອກຂໍ້ຕົກລົງ ຫຼື ນິຕິກຳຢ່າງອຽດກ່ຽວກັບນະໂຍບາຍ ຕໍ່ພະນັກງານການນຳເວລາພັກການຮັບອູດໜູນບຳນານທີ່ໄດ້ເອົາພາຫະນະຂອງລັດ ໄປພ້ອມນັ້ນ ເພື່ອໃຫ້ມີທາງອອກທີ່ເໜາະສົມກວ່າເກົ່າ.  ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງ ແລະ ຕອບຄຳຊັກຖາມຕໍ່ສະມາຊິກສະພາແຫ່ງຊາດ ໃນບໍ່ດົນມານີ້ ຢູ່ ກອງປະຊຸມສະໄໝສາມັນເທື່ອທີ 8…