Vientiane Times Lao

ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສືບຕໍ່ໂຈະຊົ່ວຄາວອີກ 14 ວັນ

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢູ່ ແຂວງບໍ່ແກ້ວ ໄດ້ອອກແຈ້ງການມື້ວັນທີ 25 ກຸມພາ 2020 ວ່າ: ຈະສືບຕໍ່ໂຈະຊົ່ວຄາວບໍ່ໃຫ້ຄົນນອກ ເຂົ້າໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຕື່ມອີກ 14 ວັນ ເຊິ່ງເລີ່ມແຕ່ວັນທີ 26 ກຸມພາ ຫາ 10…

ແຂວງໄຊສົມບູນ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນປະຖົມ ແລະ ມັດທະຍົມ

ແຂວງໄຊສົມບູນ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງ ໃນວັນທີ 26 ກຸມພາ ທີ່ຜ່ານມາ ໂດຍມີຈຸດປະສົງເພື່ອປັບປຸງຄຸນນະພາບການສຶກສາ ແລະ ຄັດເລືອກເອົາຕົວແທນນັກຮຽນເກັ່ງ ຂອງແຂວງ ເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ທີ່ ກະຊວງສຶກສາທິການ ແລະ ກິລາ ຈະຈັດຂຶ້ນ ວັນທີ 17 ມີນາ 2020…

ມະຫາວິທະຍາໄລແຫ່ງຊາດແຕ່ງຕັ້ງຮອງອະທິການບໍດີຄົນໃໝ່

ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະກາດຮັບຮອງເອົາການແຕ່ງຕັ້ງຮອງອະທິການບໍດີຄົນໃໝ່, ເຊິ່ງໄດ້ຈັດຂຶ້ນໃນອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ເວັບໄຊ ຂອງມະຫາວິທະຍາໄລແຫ່ງຊາດໄດ້ ອອກຂ່າວວ່າ: ນາຍົກລັດຖະມົນຕີໄດ້ອອກດຳລັດ ແຕ່ງຕັ້ງ ທ່ານ ຮອງສາດສະດາຈານ ດຣ…

ຄູອາສາສະໝັກ, ພະນັກງານຊ່ວຍວຽກບໍລິຫານການສຶກສາ ຈຳນວນ 966 ຄົນ ຈະຖືກບັນຈຸເຂົ້າເປັນລັດຖະກອນໃໝ່ ປີ 2020

ຄູອາສາສະໝັກໃນຂອບເຂດທົ່ວປະເທດ ໂດຍສະເພາະຢຸ່ເຂດຊົນນະບົດ ເລີ່ມມີຄວາມຫວັງທີ່ຈະໄດ້ບັນຈຸເຂົ້າເປັນລັດຖະກອນຄູ ຫຼັງຈາກທີ່ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ:  ສໍາລັບປີ 2020 ນີ້, ລັດຖະບານໄດ້ໃຫ້ຕົວເລກ ລັດຖະກອນຄູ ແລະ ພະນັກງານຊ່ວຍວຽກ ບໍລິຫານການສຶກສາ ຈໍານວນທັງໝົດ 966 ຄົນ ໂດຍໄດ້ແບ່ງປັນຕົວເລກດັ່ງກ່າວໄປແຕ່ລະແຂວງໃນຂອບເຂດທົ່ວປະເທດ. ນະຄອນຫຼວງວຽງຈັນ…

ລາວຮຽກຮ້ອງໃຫ້ຜູ້ປະກອບການທ່ອງທ່ຽວໂຈະການບໍລິການທ່ອງທ່ຽວໄປເຂດທີ່ມີການລະບາດຂອງ COVID-19

ທາງການລາວ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການ ທຸລະກິນທ່ອງທ່ຽວ ໃຫ້ໂຈະການບໍລິການນໍາກຸ່ມນັກທ່ອງທ່ຽວ ຈາກ ສປປ ລາວ ໄປເຂດທີ່ມີການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19), ໂດຍສະເພາະ ປະເທດເກົາຫລີໃຕ້. ການຮຽກຮ້ອງດັ່ງກ່າວແມ່ນສືບເນື່ອງມາຈາກຜູ້ຕິດເຊື້ອພະຍາດດັ່ງກ່າວຢູ່ ເກົາຫລີໃຕ້ ເພີ່ມຂື້ນຢ່າງຫຼວງຫຼາຍ. ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ…

ໂຄງການລົດໄຟລາວ-ຈີນຕ້ອງການພະນັກງານຫຼາຍກວ່າ 600 ຄົນ

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເຈົ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຜູ້ຮັບຜິດຊອບການສຳຫຼວດ-ອອກແບບ, ກໍ່ສ້າງ ແລະ ດໍາເນີນການໂຄງການລົດໄຟລາວ-ຈີນ ໄດ້ຈັດພິທີເປີດຮັບສະໝັກພະນັກງານຢ່າງເປັນທາງການໃນມື້ເຊົ້າວັນທີິ 26 ກຸມພາ ນີ້ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ, ເຊິ່ງມີເປົ້້າໝາຍຮັບພະນັກງານ ປະມານ 600-700 ຄົນ. ຕຳແໜ່ງງານທີ່ຕ້ອງການ ລວມມີ ຄົນຂັບລົດໄຟ, ຜູ້ຄຸມການເດີນລົດ,…

ບັນຫາຢາເສບຕິດຢູ່ ແຂວງບໍ່ແກ້ວ ຍັງແກ້ໄຂບໍ່ຕົກ

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ແຈ້ງໃຫ້ຮູ້ວ່າ: ບັນຫາຢາເສບຕິດພາຍໃນແຂວງບໍ່ແກ້ວຍັງແກ້ໄຂບໍ່ຕົກ ເຖິງແມ່ນວ່າຈະມີຄວາມພະຍາຍາມໃນການສະກັດກັ້ນ ແລະ ປາບປາມແລ້ວກໍ່ຕາມ, ເນື່ອງຈາກວ່າກູ່ມເຄືອຂ່າຍຄ້າ-ຂາຍຢາເສບຕິດຍັງມີຫຼາຍວິທີການ ແລະ ແນບນຽນເພື່ອຕົບຕາ ເຈົ້າໜ້າຕໍາຫຼວດ. ຕາມການລາຍງານຂອງພະແນກດັ່ງກ່າວວ່າ: ໃນປີ 2019 ເຈົ້າໜ້າທີ່ ປກສ ແຂວງ…

ມະເຮັງປາກໝົດລູກ ແມ່ນມີຜົນກະທົບຕໍ່ແມ່ຍິງ ເປັນຈໍານວນຫຼາຍ

ພະຍາດມະເຮັງປາກໝົດລູກ ແມ່ນມີຜົນກະທົບຕໍ່ແມ່ຍິງເປັນຈໍານວນຫຼາຍຢູ່ໃນ ສປປ ລາວ. ໃນທຸກໆປີ, ມີຈຳນວນແມ່ຍິງລາວປະມານ 320 ຄົນ ເປັນມະເຮັງປາກໝົດລູກ ແລະ ຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນນີ້ແມ່ນເສຍຊິວິດ. ມະເຮັງປາກໝົດລູກ ສ່ວນຫຼາຍມັກເກີດຂຶ້ນໃນແມ່ຍິງຈະເລີນພັນ, ການໃຫ້ວັກຊີນປ້ອງກັນພະຍາດນີ້ຈະມີປະສິດທິພາບຫຼາຍທີ່ສຸດຖ້າວ່າໃຫ້ ໃນເມື່ອອາຍຸຍັງນ້ອຍ. ຍ້ອນເຫດນີ້, ອົງການສະຫະປະຊາຊາດສຳລັບເດັກ ແລະ ຄູ່ຮ່ວມງານ ອື່ນໆ…

24 ປີ ຄົນລາວເສຍຊີວິດ 251 ຄົນຍ້ອນລະເບີດບໍ່ທັນແຕກ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ແຈ້ງໃຫ້ຮູ້ວ່າ: ທົ່ວປະເທດມີເນື້ອທີ່ຕົກຄ້າງລະເບີດບໍ່ທັນແຕກແຕ່ສະໄໝສົງຄາມທັງໝົດ 87.000 ກິໂລຕາເເມັດ ຫຼື ຫຼາຍກວ່າ 8 ລ້ານ ເຮັກຕາ, ໃນນີ້ສາມາດຢືນຢັນພື້ນທີ່ມີລະເບີດສະເພາະລູກຫວ່ານໄດ້ທັງໝົດ 1 ແສນກວ່າ ເຮັກຕາ ແລະ ສາມາດເກັບກູ້ໄດ້ແລ້ວ 60.190 ເຮັກຕາ.  ແຕ່ກໍ່ຍັງມີອຸປະຕິເຫດທີ່ເກີດຈາກລະເບີດບໍ່ທັນແຕກຢູ່ທຸກໆປີ…

ສູນກາງສະຫະພັນແມ່ຍິງກຽມຈັດກິດຈະກຳສະຫຼອງວັນແມ່ຍິງສາກົນ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈະຈັດກິດຈະກໍາສະເຫຼີມຫຼອງວັນແມ່ຍິງສາກົນຄົບຮອບ 110 ປີ ທີ່ຈະໝູນວຽນມາເຖິງໃນວັນທີ 8 ເດືອນມີນາ 2020 ນີ້. ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວໃນງານຖະແຫຼງຂ່າວມື້ນີ້ວ່າ: ສຳລັບປີ 2020, ກິດຈະກຳທັງໝົດຂອງ…