Visit BigblueAgency
ສູນກາງສະຫະພັນແມ່ຍິງກຽມຈັດກິດຈະກຳສະຫຼອງວັນແມ່ຍິງສາກົນ

ສູນກາງສະຫະພັນແມ່ຍິງກຽມຈັດກິດຈະກຳສະຫຼອງວັນແມ່ຍິງສາກົນ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈະຈັດກິດຈະກໍາສະເຫຼີມຫຼອງວັນແມ່ຍິງສາກົນຄົບຮອບ 110 ປີ ທີ່ຈະໝູນວຽນມາເຖິງໃນວັນທີ 8 ເດືອນມີນາ 2020 ນີ້.

ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວໃນງານຖະແຫຼງຂ່າວມື້ນີ້ວ່າ: ສຳລັບປີ 2020, ກິດຈະກຳທັງໝົດຂອງ ສສຍລ ແມ່ນພາຍໃຕ້ຫົວຂໍ້ “ສິດທິຂອງແມ່ຍິງຕິດພັນກັບຄວາມສະເໝີພາບຍິງ-ຊາຍ”.

ສຳລັບຢູ່ ນະຄອນຫຼວງວຽງຈັນ ກິດຈະກຳຫັຼກລວມມີ ພິທີໂຮມຊຸມນຸມເພື່ອທົບທວນປະຫວັດສາດການຕໍ່ສູ້ຂອງແມ່ຍິງ ແລະ ກິດຈະກຳຖາມຕອບເນື້ອໃນຕິດພັນຄຳຂວັນວັນແມ່ຍິງສາກົນ 8 ມີນາ, ກອງປະຊຸມສຳມະນາຫົວຂໍ້ຕ່າງໆ ທີ່ກ່ຽວກັບຄຳຂວັນວັນແມ່ຍິງສາກົນ.

ນອກຈາກນີ້ ກໍ່ຈະມີກິດຈະກໍາອອກກຳລັງກາຍເພື່ອສຸຂະພາບມວນຊົນ, ງານຕະຫຼາດນັດ, ງານວາງສະແດງຜົນງານກໍ່ຄືຜະລິດຕະ ພັນສີໄມ້ລາຍມື ແລະ ຫົວຄິດປະດິດສ້າງຂອງແມ່ຍິງລາວບັນດາເຜົ່າ ແລະ ກິດຈະກຳກວດສຸຂະພາບແບບບໍ່ເສຍຄ່າ. ງານດັ່ງກ່າວຈະຈັດຂຶ້ນທີ່ສູນຝຶກອົບຮົມຂອງ ສສຍລ ໃນຕອນ ເຊົ້າຂອງ ວັນທີ 6 ເດືອນ ມີນາ 2020.

ຂ່າວ-ພາບ: ວຽງດາວັນ

Related Articles

Leave a Reply