ລັດຮຽກຮ້ອງບໍ່ໃຫ້ວິຕົກກັງວົນຈົນເກີນໄປ ໃນໄລຍະການລະບາດຂອງ COVID-19 ຢູ່ປະເທດຕ່າງໆ
ໃນໄລຍະທີ່ຫຼາຍປະເທດກໍາລັງພົບກັບບັນຫາການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19), ລັດຖະບານ ສປປ ລາວ ໄດ້ມີຫຼາຍມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວ. ອີງຕາມແຫຼ່ງຂ່າວຈາກສໍານັກງານນາຍົກລັດຖະມົນຕີໄດ້ລະບຸວ່າ: ມາດຕະການທີ່ສໍາຄັນອັນໜຶ່ງແມ່ນປຸກລະດົມທົ່ວສັງຄົມ ກໍ່ຄືປະຊາຊົນ ບໍ່ໃຫ້ແຕກຕື່ນ ແລະ ວິຕົກກັງວົນຈົນເກີນໄປ ເພື່ອຫຼີກເວັ້ນພຶດຕິກໍາ ທີ່ເຮັດໃຫ້ສະພາບການທີ່ກໍ່ໃຫ້ເກີດຄວາມຫຍຸ້ງຍາກຫຼາຍຂຶ້ນ ເປັນຕົ້ນແມ່ນການກັກຕຸນສິນຄ້າເຄື່ອງອຸປະໂພກບໍລິໂພກ ແລະ ວິພາກວິຈານ…

