Vientiane Times Lao

ເທັນນິດ ນະຄອນຫຼວງ ຫວັງທວງຄວາມຍິ່ງໃຫຍ່ໃນຊຽງຂວາງເກມ

ສະຫະພັນເທັນນິດ ນະຄອນຫຼວງວຽງຈັນ (ນວ) ພ້ອມສົ່ງທັບນັກກິລາເທັນນິດລູກຫຼານຂອງຕົນ ຈຳນວນ 12 ຄົນ, ຍິງ 6 ຄົນ ຫຼັງເກັບຕົວຝຶກຊ້ອມຕັ້ງແຕ່ເດືອນສິງຫາ 2019 ນັບມາຮອດປັດຈຸບັນມີຄວາມພ້ອມເຖິງ 90 ເປີເຊັນ ພ້ອມຕັ້ງເປົ້າໝາຍຈະເອົາ 3 ຫຼຽນຄຳ ເພື່ອທວງຕຳແໜ່ງແຊ໋ມເຈົ້າຫຼຽນຄຳ ໃຫ້ທັບນັກກິລາ…

ມ່ວນແນ່ນອນ! ຫຼາຍພາກສ່ວນຄັດເລືອກນັກກິລາໃສ່ຊຽງ ຂວາງເກມ

ປະຈຸບັນຫຼາຍພາກສ່ວນແມ່ນກຳລັງກະກຽມຝຶກຊ້ອມ ແລະ ຄັດເລືອກເອົານັກກິລາແຕ່ ລະປະເພດທີ່ດີທີ່ສຸດເພື່ອເປັນຕົວແທນໃຫ້ ແກ່ແຂວງແລະອົງການຂອງຕົນໄປແຂ່ງຂັນຢູ່ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ​ຫຼື ຊຽງ​ຂວາງເກມ ທີ່ຈະຈັດຂຶ້ນຢູ່ແຂວງ ຊຽງຂວາງ ໃນທ້າຍ ເດືອນມີນາ ປີ 2020. ແຕ່ລະແຂວງແລະອົງການເຫຼົ່ານີ້ກໍ່ໄດ້ຕັ້ງເປົ້າສູ້ຊົນເພື່ອຈະຍາດເອົາຫຼຽນຄຳໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເອົາໄດ້ຕາມຄວາມສາມາດຂອງນັກກິລາທີ່ໄດ້ຄັດເລືອກໄປ. ເມື່ອຄືແນວນັ້ນຈຶ່ງຄາດຫວັງວ່າຊຽງຂວາງ ເກມຈະມີຄວາມສະໜຸກສະໜານທີ່ສຸດໃນ ການ ແຂ່ງຂັນຊິງໄຊເອົາຫຼຽນຄຳ…

ໜຸ່ມນັກບິນສະກາຍເວ ໄດ້ແຊ໋ມບານສົ່ງຫາດຊາຍ ສບລ ຄົບຮອບ 44 ປີ

ທັບນັກຕົບບານສົ່ງຫາດຊາຍ ຈາກທີມລາວເດີນອາກາດ ຫຼື ລາວສະກາຍເວ ສາມາດປະກາດສັກດາໃນວົງການບານສົ່ງຫາດຊາຍລາວ ຫຼັງໄດ້ແຊ໋ມ ແລະ ອັນດັບທີ 2 ໄປຄອງໃນການແຂ່ງຂັນກິລາບານສົ່ງຫາດຊາຍ ເພດຊາຍ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ (ສບລ) ປະຈຳປີ 2019 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2019 ຄົບຮອບ…