Vientiane Times Lao

ຈໍານວນຜູ້ຕິດເຊື້ອໂຄວິດ-19 ບໍ່ພົບກໍລະນີໃໝ່ເປັນມື້ທີ 7

ມາ​ຮອດ​ມື້ນີ້ຄົບ 1 ອາທິດແລ້ວທີ່ຈໍານວນຜູ້ຕິດເຊື້ອໂຄວິດ-19 ຢຸດຢູ່ທີ 19 ຄົນເທົ່າເດີມ ຖືວ່າເປັນຂ່າວດີອີກມື້ໜຶ່ງ ຢູ່ ສປປ ລາວ ແລະ ທຸກຄົນກໍ່ຫວັງວ່າຈະໄດ້ຮັບຂ່າວດີເຊັ່ນນີ້ຕະຫຼອດໄປ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ…

ທີມແພດໝໍ ຈະສືບຕໍ່ຕິດຕາມ ຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ ໂຄວິດ-19

ເຖິງວ່າສະພາບການຕິດເຊື້ອຢູ່ປະເທດຂອງເຮົາໄດ້ເວັ້ນໄລຍະຫ່າງມາໄດ້ 6 ວັນແລ້ວ ແລະ ຜູ້ຕິດເຊື້ອທີ່ປິ່ນປົວກໍ່ໄດ້ອອກໂຮງໝໍ 2 ຄົນແລ້ວ ແຕ່ທີມແພດໝໍຈະບໍ່ໄດ້ລົດລະການເຝົ້າລະວັງຕິດຕາມ ຄົ້ນຫາຜູ້ສົງໄສທີ່ຈະຕິດເຊື້ອ. ຜູ້ຊ່ຽວຊານມີການວິເຄາະວ່າເຊື້ອພະຍາດອາດຈະຍັງຢູ່ນຳຄົນເຈັບທີ່ບໍ່ມີອາການສະແດງອອກ ໃນ 49 ວັນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ…

ພົບສັນຍານການເກີດແຜ່ນດິນໄຫວ 2.9 ຣິກເຕີ ເມືອງ ໄຊສະຖານ ແຂວງ ໄຊຍະບູລີ

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະ​ສາດ ລາຍ​ງານ​ໃນ ມື້ນີ້ ​ວ່າ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈຳນວນ 1 ຄັ້ງ ຢູ່ບໍລິເວນ ເຂດບ້ານສັນແຕ, ເມືອງໄຊສະຖານ ແຂວງໄຊຍະບູລີ ໃນເວລາ 22 ໂມງ 38 ນາທີ…

ໂຮງໝໍແຂວງຈໍາປາສັກ ມີເຄື່ອງກວດຫາເຊື້ອໂຄວິດ-19 ສໍາລັບ 4 ແຂວງພາກໃຕ້ແລ້ວ

ໂຮງໜໍແຂວງຈຳປາສັກ ຮ່ວມກັບຊ່ຽວຊານຈາກກະຊວງສາທາລະນະສຸກ, ຊ່ຽວຊານແພດ ທີ່ມາຈາກ ສປ ຈີນ ແລະ ຊ່ຽວຊານຈາກອົງການອະນາໄມໂລກ ເມື່ອບໍ່ດົນມານີ້ ໄດ້ທຳການຕິດຕັ້ງປະກອບເຄື່ອງກວດຫາເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ໂຮງໝໍແຂວງຈຳປາສັກ. ອີງຕາມແຫຼ່ງຂໍ້ມູນຈາກໂຮງໝໍແຂວງຈໍາປາສັກ ເຄື່ອງກວດດັ່ງກ່າວ ເປັນເຄື່ອງໃຫຍ່ ທີ່ສາມາດກວດໄດ້ເຖີງ 92 ຕົວຢ່າງ ອ່ານຜົນພາຍໃນເວລາ…

ຜູ້ຕິດເຊື້ອ 17 ຄົນ ທີ່ຍັງປີ່ນປົວຢູ່ໂຮງໝໍ ມີອາການຂັ້ນເບົາບາງ

ຄະນະສະເພາະກິດ ໄດ້ຖະແຫຼງໃຫ້ຮູ້ໃນມື້ວານນີ້ວ່າ ປະຈຸບັນຍັງມີຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ປີ່ນປົວຢູ່ໂຮງໝໍ 17 ຄົນ ເຊິ່ງທັງໝົດມີອາການຄົງຕົວຂັ້ນເບົາບາງ, ພາຍຫຼັງ 2 ຄົນ ຫາຍດີ ແລະ ໄດ້ກັບບ້ານແລ້ວ. ປະຈຸບັນມີ 03 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ແລະ 14…

ລັດຖະບານ ຮຽກຮ້ອງໃຫ້ປະຕິບັດຂໍ້ແນະນໍາ ເພື່ອໃຫ້ການລະບາດຂອງໂຄວິດ-19 ຫຼຸດຜ່ອນລົງ

ລັດຖະບານ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງສືບຕໍ່ຮ່ວມມືເປັນເຈົ້າການໃນການປະຕິບັດບັນດາຂໍ້ແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຫຼຸດໜ້ອຍຖອຍລົງ ຈຶ່ງຈະສາມາດກັບມາດຳລົງຊີວິດຕາມປົກກະຕິ. ເພື່ອຮັບປະກັນບໍ່ໃຫ້ມີຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມຂຶ້ນອີກ ຢູ່ ສປປ ລາວ, ລັດຖະບານໄດ້ຈັດ ກອງປະຊຸມທົບທວນ ແລະ ປະເມີນຄືນການຈັດປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 06/ນຍ ເມື່ອບໍ່ດົນມານີ້, ເຊິ່ງ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີທິດຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີອອກແຈ້ງການຕໍ່…

ຈໍາກັດບໍລິເວນ, ຢຸດຊຸມແຊວ ແມ່ນມາດຕະການໜຶ່ງ ເພື່ອຕັດວົງຈອນພະຍາດ ໂຄວິດ-19

ຈໍາກັດບໍລິເວນ ຫຼື ແຍກປ່ຽວ ແລະ ຢຸດການຊຸມແຊວທີ່ມີຈໍານວນຄົນເກີນ 10 ຄົນຂຶ້ນໄປ ແມ່ນໜຶ່ງໃນຫຼາຍມາດຕະການທີ່ສໍາຄັນ ທີ່ຄະນະສະເພາະກິດຮຽກຮ້ອງໃຫ້ທຸກຄົນຄວນປະຕິບັດເພື່ອເປັນການຕັດວົງຈອນການແຜ່ລາມ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19. ໃນໂອກາດການຖະແຫຼງຂ່າວຕໍ່ສື່ມວນຊົນ ໃນມື້ວານນີ້, ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ…

ຫວຽດນາມ ​ມອບ​ເຄື່ອງ​ຊ່ວຍ​ເຫຼືອປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ ສປປ ລາວ

ກະຊວງ​​ແຜນການ ແລະ ການລົງທຶນ ​ແຫ່ງ ສສ ​ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອມູນ​ຄ່າ 10,000​ ໂດລາ​ສະຫະລັດ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນພະຍາດ ໂຄວິດ-19 ຢູ່ ສປປ ລາວ.   ພິທີມອບ-ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວຈັດຂື້ນໃນວັນທີ 15 ເມສາ 2020 ຢູ່ທີ່ສະຖານ​ເອກ​ອັກຄະ​ລັດຖະທູດ ແຫ່ງ​…

ນາຍົກ ຖະແຫຼງ: ຄຳສັ່ງເລກທີ 06/ນຍ ຈະແກ່ຍາວໄປຕື່ມອີກ 14 ວັນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ໃນມື້ນີ້ໃຫ້ຊາບວ່າ ເພື່ອສືບຕໍ່ສະກັດ​ກັ້ນ ​ແລະ ຕ້ານ​ການ​ແຜ່​ລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ, ຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29…

ສປ ຈີນ ຈະສືບຕໍ່ຊ່ວຍເຫຼືອລາວ ຕາມຄວາມຕ້ອງການຕົວຈິງໃນການຄວບຄຸມໂຄວິດ-19

ພາຍຫຼັງທີ່ສໍາເລັດການປະຕິບັດໜ້າທີ່​ຊ່ວຍເຫຼືອ​ ສປປ ລາວ ໃນການ​ຕ້ານ​ການ​ແຜ່​ລະ​ບາດ ​ຂອງ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ຄະ​ນະ​ແພດ​ຈີນ​ ໄດ້ກັບຄືນປະເທດໃນວັນທີ 12​ ເມສາ 2020 ທີ່ຜ່ານມາ, ແຕ່ ສປ ຈີນ ກໍ່ຍັງຈະໃຫ້ການຊ່ວຍເຫຼືອຕາມຄວາມຕ້ອງການຕົວຈິງຂອງລາວ. ການມາຊ່ວຍເຫຼືອຂອງຄະນະຊ່ຽວຊານແພດ ສປ…