ມີ 3.973.017 ຄົນທີ່ອອກໄປໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ໃນຂອບເຂດທົ່ວປະເທດ
ທ່ານ ປອ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂານຸການ, ໂຄສົກ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 5 ມີນາ 2021 ນີ້ກຽ່ວກັບຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາຂັ້ນແຂວງ (ສສຂ) ທີ່ໄດ້ຈັດຂຶ້ນເມື່ອວັນທີ 21 ກຸມພາ…