ເຈົ້າໜ້າທີ່ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ສົມທົບກັບກອງບັນຊາການ ປກສ ເມືອງແປກ ໄດ້ ຈັບກຸ່ມແກ້ງເປີດເວັບພະນັນອອນລາຍເຖື່ອນ 10 ຄົນ ເມື່ອມໍ່ໆມານີ້ ຢູ່ບ້ານໂພນສະຫວ່າງ ເມືອງແປກ ແຂວງຊຽງຂວາງ ເຊິ່ງເປັນສະຖານທີ່ເຄື່ອນໄຫວຂອງກຸ່ມແກ້ງເປີດເວັບພະນັນອອນລາຍທີ່ບໍ່ຖືກຕ້ອງກົດໝາຍ. ໂດຍ
10 ຄົນເປັນຄົນສັນຊາດຫວຽດນາມ, ຜ່ານການກວດກາເອກະສານເດີນທາງ ພົບວ່າມີໜັງສືຜ່ານແດນແຈ້ງເຂົ້າເມືອງຜ່ານດ່ານສາກົນນໍ້າກັນ ຖືກຕ້ອງ ຈຳນວນ 4 ຄົນ, ລັກລອບເຂົ້າເມືອງຜິດກົດໝາຍ 6 ຄົນ, ຢຶດອຸປະກອນເຕັກນິກ ທີ່ນຳໃຊ້ເຂົ້າໃນການກະທຳຜິດມີ ໂທລະສັບມືຖື 25 ໜ່ວຍ, ຄອມພິວເຕີຕັ້ງໂຕ້ 15 ໜ່ວຍ, ລົດຈັກຍີ່ຫໍ້ ຮອນດ້າ (Honda) ປ້າຍທະບຽນປະເທດຫວຽດນາມ 1 ຄັນພ້ອມດ້ວຍອຸປະກອນຮັບໃຊ້ ອື່ນໆ ອີກຈໍານວນໜຶ່ງ.
ຂ່າວ: ປກສ ແຂວງຊຽງຂວາງ

