Vientiane Times Lao

ບໍລິໂພກສິນຄ້າລອກລຽນແບບ ເປັນອັນຕະລາຍຕໍ່ສຸຂະພາບ

ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໄດ້ທຳລາຍສິນຄ້າລະເມີດເຄື່ອງໝາຍການຄ້າ (ສິນຄ້າລອກຮຽນແບບ) ແປ້ງນົວຍີຫໍ້ ອາຍີໂນະໂມະໂຕະ (AJINOMOTO) ເມື່ອມໍ່ໆມານີ້ ລວມມີ 169 ຖົງ ມີ 3 ຂະໜາດ ໃນນີ້, ມີຂະໜາດ 250 ກຣາມ ຈໍານວນ…

ສປປ ລາວ ແນມຫາການ ລົງທຶນຈາກ ຢຸນນານເພີ່ມຕື່ມ

ສປປ ລາວ ໄດ້ສະແດງຄວາມຕັ້ງໃຈທີ່ຈະດຶງດູດການລົງທຶນຈາກ ສປ ຈີນ ເພີ່ມຕື່ມ, ໂດຍສະເພາະຈາກແຂວງຢຸນນານ, ທາງພາກໃຕ້ທີ່ມີຊາຍແດນຕິດກັບ ສປປ ລາວ. ຄວາມພະຍາຍາມດັ່ງກ່າວ ສະແດງອອກໃນ ກອງປະຊຸມຄັ້ງທີ XV ຂອງຄະນະປະສານງານຮ່ວມມື ລະຫວ່າງ ພາກເໜືອລາວ ກັບ ແຂວງຢຸນນານ ສປ…

ລາວເຊຍລາວ! ມື້ນີ້, ທີມຊາດລາວ ພົບ ທີມຊາດກໍາປູເຈຍ ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ

ມື້ນີ້ເວລາ ປະມານ 16:00 ໂມງ (ເວລາໃນປະເທດລາວ) ທີມຊາດລາວຈະພົບກັບ ທີມຊາດກໍາປູເຈຍ ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2026 ຮຸ່ນອາຍຸບໍ່ເກີນ 17 ປີ ຮອບຄັດເລືອກທີ່ສະໜາມກິລາ Dostuk Arena (Besh Kungei) ປະເທດຄີກິສຖານ. ນັດທຳອິດ…

ຄົນລາວເສຍຊີວິດທັງໝົດ 374 ສົບ ຈາກທະຫານອາເມຣິກາ ເອົາຍົນມາຍິງລູກສອນໄຟໃສ່ຖໍ້າປິວ ໃນວັນທີ 24 ພະຈິກ 1968

ຖໍ້າປິວຢູ່ເມືອງຄຳ ແຂວງຊຽງຂວາງ ໄດ້ກາຍເປັນບ່ອນທ່ອງທ່ຽວຮ່ອງຮອຍປະຫວັດສາດ, ຮ່ອງຮອຍສົງຄາມ ແລະ ເປັນສະຖານທີ່ທີ່ສໍາຄັນຈາກເຫດການທີ່ປະຊາຊົນ ທັງຜູ້ເຖົ້າ ຜູ້ຍິງ ແລະ ເດັກນ້ອຍພາກັນເຂົ້າໄປຫຼົບໄພຈາກການສູ້ຮົບ ວັນທີ 24 ພະຈິກ 1968 ທະຫານອາເມຣິກາໄດ້ເອົາຍົນມາຍິງລູກສອນໄຟໃສ່ປາກຖໍ້າ ເຮັດໃຫ້ຄົນທີ່ຢູ່ໃນຖໍ້າເສຍຊີວິດທັງໝົດ 374 ສົບ ຈຶ່ງເປັນໂສກອານາດຕະກຳຖໍ້າປິວຈົນມາເຖິງປັດຈຸບັນ. ຖໍ້າປິວຕັ້ງຢູ່ເຂດເປີ້ນພູບ້ານບວມລອງ…

ເປີດ ແສນຄຳ ຄ່າເຟ່ ເປັນທາງການ ຕັ້ງຢູ່ບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ສວນອາຫານ ແສນຄຳ ຄ່າເຟ່ ໄດ້ຈັດພິທີເປີດ ໃຫ້ບໍລິການ ທ່ານລູກຄ້າ ຢ່າງເປັນທາງການ ເນັ້ນທ່ອງທ່ຽວແບບອະນຸລັກ ວັດທະນະທຳ. ໂດຍພິທີເປີດ ໄດ້ຈັດຂຶ້ນໃນວັນທີ 21 ພະຈິກ ທີ່ຜ່ານມາ ໃຫ້ກຽດເຂົ້າຮ່ວມ ພິທີ ໂດຍຄະນະນຳຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແລະ ບັນດາບ້ານອ້ອມຂ້າງ.…

ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ສະເດັດລົງຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ ຢູ່ນະຄອນຫຼວງວຽງຈັນ ເມື່ອມໍ່ໆມານີ້ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ…

ປກສ ເມືອງໄຊທານີ ມອບຢາເສບຕິດຫຼາຍປະເພດ ໃຫ້ ປກສ ນະຄອນຫຼວງວຽງຈັນ

ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ມອບຢາເສບຕິດຫຼາຍປະເພດ ເມື່ອມໍ່ໆມານີ້  ໃຫ້ ປກສ ນະຄອນຫຼວງວຽງຈັນ ລວມມີຢາບ້າ 272 ແພັກ ແລະ 1 ມັດ ເທົ່າກັບ 1.634.000 ເມັດ; ຢາໄອສ໌ຖົງສີຂຽວການໍ້າເຕົ້າ 60…

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳ ການແຂ່ງຂັນກິລາລອຍນ້ຳ ໃນງານກິລາແຫ່ງຊາດ ຄັ້ງທີ XII

ຫຼາຍປະເພດກິລາ ກໍາລັງແຂ່ງຂັນຊີງໄຊ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ໂດຍສະເພາະການແຂ່ງຂັນກິລາປະເພດລອຍນ້ຳ ແມ່ນເລີ່ມແຕ່ວັນທີ 16-19 ພະຈິກ 2025 ທີ່ສະໜາມກິລາລອຍນ້ຳແຫ່ງຊາດ…

ນັກສັງເກດການເຂົ້າຮ່ວມຕິດຕາມ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ2025

ໃນອາທິດນີ້, ສູນສະຖິຕິແຫ່ງຊາດຮ່ວມກັບ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA), ໄດ້ສົ່ງນັກສັງເກດການ ທີ່ໄດ້ຮັບການຝຶກອົບຮົມ ຈໍານວນ 36 ທ່ານ ລົງເຄື່ອນໄຫວທົ່ວປະເທດ ເພື່ອຕິດຕາມ ແລະ ສັງເກດການເກັບກໍາຂໍ້ມູນພາກສະໜາມຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025.…

ນະຄອນຫຼວງວຽງຈັນ  ນຳເປັນເຈົ້າຫຼຽນຄຳ ໃນງານກິລາແຫ່ງຊາດ ຄັ້ງທີ XII

ທັບນັກກິລານະຄອນຫຼວງວຽງຈັນ ເຈົ້າພາບ ຍັງສືບຕໍ່ນຳເປັນເຈົ້າຫຼຽນຄຳ ສາມາດຍາດມາໄດ້ 67ຫຼຽນຄຳ, 76 ຫຼຽນເງິນ ແລະ 75 ຫຼຽນທອງ, ຂະນະທີ່ແຂວງໄຊສົມບູນ ຢູ່ອັນດັບສຸດທ້າຍຕາຕະລາງ ຍາດໄດ້ 3 ຫຼຽນທອງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຫຼື…