Vientiane Times Lao

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 14 ຄົນ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ແຈ້ງໃຫ້ຮູ້ໃນວັນທີ 14 ມິຖຸນາ 2021ນີ້ວ່າ: ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 14 ຄົນໃນຂອບເຂດທົ່ວປະເທດ ຈາກຈໍານວນຜູ້ກວດຫາເຊື້ອທັງໝົດ 1.407 ຄົນ ເມື່ອວັນທີ 13 ມິຖຸນາ 2021ທີ່ຜ່ານມາ,…

ຫຼາຍແຂວງຖືກນ້ຳຖ້ວມຊູກະທັນຫັນ

ຈາກ​ກໍ​ລະ​ນີ​ທີ່​ມີ​ຝົນ​ຕົກປານ​ກາງ ຫາ​ໜັກ​ຕິດ​ຕໍ່​ກັນ​ຫຼາຍ​ວັນ​ນັບ​ແຕ່​ວັນ​ທີ 11 ຫາ 13 ມິ​ຖຸ​ນາ 2021 ​ຢູ່​ເກືອບ​ທຸກ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ລວມ​ທັງ​ນະ​ຄອນ​ຫຼວງວຽງ​ຈັນ​ໄດ້​ເຮັດ​ໃຫ້​ເກີດ​ນ້ຳ​ຖວ້ມ​ຊູ​ກະ​ທັນ​ຫັນເມື່ອ​ວັນ​ທີ 13 ມິ​ຖຸ​ນາ 2021 ທີ່​ຜ່ານ​ມາ  ຊຶ່ງ​ນ້ຳ​ໄດ້​ໄຫຼຖ້ວມເທດ​ສະ​ບານ​ແຂວງ​ບາງ​ແຂວງ, ​ເນື້ອ​ທີ່​ນາ, ສວນຂອງ​ປະ​ຊາ​ຊົນ ແລະ ນ້ຳ​ປ່າ​ໄຫຼ​ຫຼາກພັດ​ເຮືອນ​ປະ​ຊາ​ຊົນ​ຈຳ​ນວນ​ໜຶ່ງ​ ໂດຍ​ສະ​ເພາະ​ບັນ​ດາ​ບ້ານ ແລະ…

ລາວ​ຈະ​ມີຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວທຽບ​ເທົ່າ​ສາ​ກົນ

ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ໄດ້​ຮ່ວມ​ມື​ກັບບໍລິສັດ ກູນຕີວາ ຈໍາກັດ ໃນ​ການ​ກໍ່ສ້າງອາຄານຫ້ອງທົດລອງຄົ້ນ​ຄວ້າ ວິ​ໄຈ​ຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາ ແລະ ພືດ​ເສດ​ຖະ​ກິດຂອງລາວທີ່​ມີ​ຄຸນ​ນະ​ພາບທຽບເທົ່າກັບຫ້ອງວິໄຈຂອງບັນດາປະເທດເພື່ອນບ້ານ ແລະ ສາກົນ. ຫ້ອງທົດລອງດັ່ງ​ກ່າວ​ນີ້ຈະຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພດ້ານພືດເປັນຢາ ແລະ ພືດເສດຖະກິດ ຕາມມາດຕະຖານຂອງພາກພື້ນ ແລະ…

ອົງ​ການ​ພັດ​ທະ​ນາລຸກ​ຊຳ​ບວກ ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້ໂຮງໝໍແຂວງບໍ່ແກ້ວ

ອົງການພັດທະນາປະເທດລຸກຊຳບວກ ປະຈຳລາວໄດ້ມອບເຄື່ອງອຸປະກອນການແພດ ຈຳນວນ 23 ລາຍການໃຫ້​ໂຮງ​ໝໍ​ແຂວງ​ບໍ່​ແກ້ວ ຊຶ່ງ​ປະ​ກອບ​ມີອົກຊີ 20 ເຄື່ອງ, ລໍ້ຍູ້ຊະນິດນັ່ງ 2 ອັນ, ລໍ້ຍູ້ຊະນິດນ້ອຍ 2 ອັນ, ຕຽງນອນຄົນເຈັບ 5 ໜ່ວຍ, ຖົງມືປ້ອງ​ກັນ​ເຊື້ອ 500 ອັນ,…

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຂະຫຍາຍເວລາຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດຕື່ມອີກ

ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ເຂດຫ່າງໄກສອນຫຼິກ ແລະ ຜູ້ທີ່ກະກຽມເອກະສານທີ່ໃຊ້ປະກອບການຂຶ້ນທະບຽນບໍ່ທ່ວງທັນ, ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19. ດັ່ງນັ້ນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາທ່ານຊາບວ່າ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈະໄດ້ຂະຫຍາຍເວລາການຂຶ້ນທະບຽນເລກໝາຍໂທລະສັບລະບົບ ( 020, 030)…

ເດັກໃນມື້ນີ້ ແມ່ນຜູ້ໃຫຍ່ໃນມື້ໜ້າ ແລະ ເປັນອະນາຄົດອັນສົດໃສຂອງຊາດ

ເນື່ອງໃນໂອກາດວັນຕ້ານການນໍາໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ 2021, ທ່ານ ພັນ​ຄໍາ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ໄດ້​ກ່າວສານກ່ຽວ​ກັບ​ວັນ​ດັ່ງ​ກ່າວ​ໂດຍມີ​ເນື້ອ​ໃນ​ບາງ​ຕອນ​ທີ່​ສຳ​ຄັນ​ວ່າ: ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ແລະ ລູກຫຼານລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ ເນື່ອງໃນໂອກາດວັນ ຕ້ານການນໍາໃຊ້ແຮງງານເດັກສາກົນ…

3 ວັນຕໍ່ໄປນີ້ຝົນຍັງຈະຕົກໜັກ

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ​ໄດ້​ພະ​ຍາ​ກອນ ​ຄາດ​ຄະ​ເນ​ສະ​ພາບ​ອາ​ກາດລ່ວງ​ໜ້າ​ໃຫ້​ຮູ້​ວ່າ: ​ໃນ​ໄລ​ຍະ 3 ວັນ​ຕໍ່​ໄປ​ນີ້ ນັບ​ແຕ່​ວັນ​ທີ 12 ຫາ 14 ມິ​ຖຸ​ນາ 2021 ນີ້ ເຂດ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ ​ລົງ​ຫາ​ພາກ​ກາງ ແລະ ພາກ​ໃຕ້ ຍັງ​ຈະ​ມີ​ຝົນ​ຕົກ​ໜັກ​ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນຍ້ອນຍ່ອມຄວາມ…