ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະຫຼຸບຜົນງານດ້ານຄວາມປອດໄພໄຊເບີ

ຕັ້ງແຕ່ເລີ່ມເປີດ “ສູນຕ້ານການຫຼອກລວງທາງອອນລາຍ AOC 1533” ໃນທ້າຍປີ 2025 ຈົນຮອດປັດຈຸບັນ, ທາງສູນໄດ້ຮັບແຈ້ງເຫດ 700 ກວ່າຄັ້ງ ແລະ ປິດຄະດີໄດ້ແລ້ວ 300 ກວ່າກໍລະນີ, ອີງຕາມການລາຍງານຈາກ ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ. ກອງປະຊຸມສະຫຼຸບຜົນງານ…

FAO ເຕືອນ ບັນຫາ “ໄພແລ້ງ-ປຸ໋ຍແພງ-ເງິນເຟີ້” ກຳລັງຂົ່ມຂູ່ປາກທ້ອງຊາວອາຊີ-ປາຊີຟິກ

ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ແລະ ຜູ້ຕາງໜ້າອົງການ FAO ປະຈຳພາກພື້ນອາຊີ-ປາຊີຟິກ ເຕືອນເຖິງຜົນກະທົບຈາກວິກິດການຊ້ອນທັບ ທັງຄວາມເຄັ່ງຕຶງທາງພູມສາດການເມືອງ ແລະ ໄພພິບັດທາງທຳມະຊາດ ທີ່ກຳລັງຂົ່ມຂູ່ ການຢູ່ລອດຂອງປະຊາກອນກວ່າ 285 ລ້ານຄົນທີ່ຂາດສານອາຫານຢ່າງຮ້າຍແຮງ. ຄຳເຕືອນດັ່ງກ່າວ ມີຂຶ້ນ ໃນກອງປະຊຸມ ເຈົ້າໜ້າທີ່ອາວຸໂສຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO)…

ເປີດນຳໃຊ້ ໂຄງການສາຍສົ່ງໄຟຟ້າ 500 kV ຍົກລະດັບການແລກປ່ຽນພະລັງງານສະອາດ ລາວ-ຈີນ 

ໂຄງການສາຍສົ່ງໄຟຟ້າຂ້າມພົມແດນ 500 ກິໂລໂວນ ຈີນ-ລາວ ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ເຊິ່ງຈະຊ່ວຍເພີ່ມກຳລັງການແລກປ່ຽນໄຟຟ້າສອງສົ້ນຂຶ້ນເຖິງ 1.500 ເມກາວັດ.  ໂຄງການດັ່ງກ່າວມີເປົ້າໝາຍຊຸກຍູ້ການຫັນປ່ຽນສູ່ພະລັງງານສີຂຽວຂອງລາວ ໂດຍຄາດວ່າຈະສົ່ງພະລັງງານສະອາດໄດ້ເຖິງ 3 ຕື້ກິໂລວັດໂມງຕໍ່ປີ ແລະ ຫຼຸດຜ່ອນການປ່ອຍກາກບອນໄດ້ 2,5 ລ້ານໂຕນ ເຊິ່ງເປັນການສ້າງຜົນກະທົບເຊີງບວກອັນໃຫຍ່ຫຼວງຕໍ່ສິ່ງແວດລ້ອມ ແລະ ເສດຖະກິດໃນພາກພື້ນ. ພິທີເປີດນຳໃຊ້ໄດ້ຈັດຂຶ້ນໃນວັນທີ…

ຮອງລັດຖະມົນຕີກະຊວງຕ່າງປະເທດລາວ-ອິນໂດເນເຊຍ ຮ່ວມພົບປະສອງຝ່າຍ

ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງ ຝ່າຍກັບ ທ່ານ ອັນນິດ ມັດຕາ ຮອງລັດຖະມົນຕີກະຊວງ ການຕ່າງ ປະເທດ ແຫ່ງ ສ ອິນໂດເນເຊຍ…

ອຸບັດເຫດໄລຍະປີໃໝ່ລາວທົ່ວປະເທດເສຍຊີວິດ 23 ຄົນ

ວັນທີ 20 ເມສາ 2026 ກົມຕຳຫຼວດຈະລາຈອນ ໄດ້ສະຫຼຸບສະຖິຕິອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນໃນທົ່ວປະເທດ ໄລຍະສະຫຼອງບຸນປີໃໝ່ລາວ ລະຫວ່າງວັນທີ 12-18 ເມສາ 2026, ເຫັນວ່າຕົວເລກອຸບັດເຫດ ແລະ ການສູນເສຍມີທ່າອ່ຽງຫຼຸດລົງເມື່ອທຽບໃສ່ປີຜ່ານມາ. ສະຖິຕິລວມທົ່ວປະເທດ (12-18 ເມສາ 2026) ທ່ານ ພັອ…

ການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈຳສົກຮຽນ 2025-2026 ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 20 ເມສາ.

ມີຜູ້ເຂົ້າສອບເສັງ ທັງໝົດ 288 ຄົນ ທີ່ເປັນຕົວແທນຂອງ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ທົ່ວປະເທດ ເຂົ້າຮ່ວມ ການສອບເສັງດັ່ງກ່າວ. ການສອບເສັງ ມີ4 ວິຊາຫຼັກ  ຄື: ພາສາ​ລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ…

ເປີດສັບປະດາຮູບເງົາຈີນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ 2026

ໃນມື້ນີ້, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສປ ຈີນ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈໍາ ສປປ ລາວ ໄດ້ຮ່ວມກັນຈັດພິທີເປີດງານສັບປະດາຮູບເງົາຈີນ ແລະ ງານເທດສະການຮູບເງົາລາວ-ຈີນ ຊຶ່ງ​ເປັນອີກ ໜຶ່ງ​ກິດ​ຈະ​ກຳປະກອບສ່ວນສະເຫຼີມສະ ຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ…

ເປີດແລ່ນລົດເມ BRT ເຊື່ອມຕໍ່ສະຖານີ ຕະຫຼາດເຊົ້າ ໄປຫາສະຖານີເຈົ້າຟ້າງຸ່ມ

ໂຄງການລົດເມດ່ວນ BRT ເປີດແລ່ນໃຫ້ບໍລິການເຊື່ອມຕໍ່ຈາກສະຖານີຕະຫຼາດເຊົ້າໄປຫາສະຖານີເຈົ້າຟ້າງຸ່ມໃນຕອນເຊົ້າວັນທີ 20 ເມສາ 2026 ນີ້ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນໃດ້ໄປມາຢ່າງສະດວກວ່ອງໄວ. ພິທີເປີດສາຍແລ່ນລົດເມເຊື່ອມຕໍ່ຈາກສະຖານີຕະຫຼາດເຊົ້າໄປຮອດສະຖານີເຈົ້າຟ້າງຸ່ມ ແມ່ນໂຄງການຂົນສົ່ງຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ມວນຊົນໄດ້ໃຊ້ບໍລິການລົດເມດ່ວນແອເຢັນ, ວາຍຟາຍໃຊ້ລ້າໆ,ສະດວກ ແລະ ວ່ອງໄວ ເປັນມິດຕໍ່ສີ່ງເເວດລ້ອມ. ພິທີດັ່ງກ່າວເຂົ້າຮ່ວມໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ…

ຕະຫຼາດທຶນ ລາວ-ໄທ  ເຊັນສັນຍາຮ່ວມມື ເປີດໂອກາດລະດົມທຶນຂ້າມແດນ

ຕະຫຼາດຫຼັກຊັບລາວ (LSX) ແລະ ຕະຫຼາດຫຼັກຊັບແຫ່ງປະເທດໄທ (SET) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈເພື່ອສຶກສາຄວາມເປັນໄປໄດ້ເຊື່ອມໂຍງຕະຫຼາດທຶນສອງປະເທດເຂົ້າຫາກັນ ໂດຍແນໃສ່ຊຸກຍູ້ການຈົດທະບຽນຄວບ (Dual Listing) ເຊິ່ງຈະເປັນການເປີດໂອກາດໃຫ້ນັກລົງທຶນ ແລະ ຜູ້ປະກອບການສາມາດລະດົມທຶນຂ້າມພົມແດນໄດ້ຢ່າງມີປະສິດທິພາບ. ໂດຍພິທີລົງນາມມີຂຶ້ນເມື່ອບໍ່ດົນມານີ້ ທີ່ບາງກອກ ປະເທດໄທ ຮ່ວມລົງນາມໂດຍ ທ່ານ ສຽວສະຫວາດ ທີລະກຸນ ຜູ້ອຳນວຍການໃຫຍ່…

ໄຟໄໝ້ລາມປ່າເຂດສະປ່າຫງວນພູພະນັງຢູ່ເມືອງສັງທອງກວມເອົາພື້ນທີ່ຫຼາຍກວ່າ 1.400 ເຮັກຕາ

ໄຟໄໝ້ລາມປ່າເຂດສະປ່າຫງວນພູພະນັງເຂດເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຢ່າງໜັກ ຈາກເຫດການໄຟໄໝ້ລາມປ່າເຂດປ່າສະຫງວນພູພະນັງ ຮອດວັນທີ 14 ເມສາ ທີ່ຜ່ານມາ ກວມເອົາພື້ນທີ່ຫຼາຍກວ່າ 1.400 ເຮັກຕາ ຊຶ່ງຮອດປັດຈຸບັນຍັງບໍ່ສາມາດສະກັດໄປໄໝ້ດັ່ງກ່າວໄດ້ ເຖິງແມ່ນວ່າພາກສ່ວນທີ່ກ່ຽວຂ້ອງໄດ້ລະດົມປະຊາຊົນ ທະຫານ ລວມທັງເອົາຍົນມາບິນຕັກນໍ້າມາຫົດກໍຕາມ.