ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ປະຈຳ ສປປ ລາວ ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ຢູ່ ຫຼັກຊາວ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ
ພິທີເຊັນບົດບັນທຶກຖືກຈັດຂຶ້ນ ເມື່ອມໍ່ໆມານີ້ ທີ່ ນະຄອນຫຼວງວຽງຈັນ, ຕາງໜ້າເຊັນໂດຍ ທ່ານ ງາມປະສົງ ເມືອງມະນີ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ຊັງຊູ ໂອ ປະທານ KOICA ປະຈຳລາວ.
ລັດຖະບານ ສ ເກົາຫຼີ ໂດຍຜ່ານ ອົງການ KOICA ປະຈຳລາວ, ສະໜອງທຶນຊ່ວຍເຫຼືອມູນຄ່າ 6 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການ, ເພື່ອຂະຫຍາຍ ແລະ ປັບປຸງລະບົບໂຄງລ່າງນໍ້າປະປາ ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ແລະ ຊຸມຊົນ
ກຳນົດຈັດຕັ້ງປະຕິບັດ 2025-2029, ຈັດຕັ້ງປະຕິບັດໂດຍ ກົມນໍ້າປະປາ ກະຊວງ ຍທຂ ຮ່ວມກັບ ແຂວງ ບໍລິຄຳໄຊ ໂດຍແມ່ນ ພະແນກ ຍທຂ ແຂວງ ແລະ ລັດວິສາຫະກິດນໍ້າປະປາແຂວງ.
ໂຄງການດັ່ງກ່າວນີ້ຈະສາມາດສະໜອງນໍ້າປະປາໃຫ້ປະຊາຊົນໄດ້ຢ່າງພຽງພໍ, ຈາກ 12.734 ຄົນ ເພີ່ມເປັນ 24.119 ຄົນ ຮອດປີ 2040.
ໂຄງການຈະຊ່ວຍປັບປຸງຊີວິດການເປັນຢູ່ ໃຫ້ແມ່ຍິງ ແລະ ເດັກນ້ອຍ, ໂດຍການຫຼຸດຜ່ອນແຮງງານຈັດຫານໍ້າໃຊ້ເອງ ເພື່ອມີເວລາເບີ່ງແຍງ ແລະ ສ້າງເສດຖະກິດຄອບຄົວ.
ໂຄງການດັ່ງກ່າວປະກອບມີ 3 ໜ້າວຽກຫຼັກຄື: 1) ຂະຫຍາຍ ແລະ ປັບປຸງລະບົບໂຄງລ່າງນໍ້າປະປາ ພ້ອມອອກແບບ ແລະ ກໍ່ສ້າງສິ່ງອຳນວຍຄວາມສະດວກນໍ້າປະປາໃໝ່ ແລະ ປັບປຸງລະບົບທີ່ມີຢູ່;
2) ດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ການເກັບກູ້ລະເບີດບໍ່ທັນແຕກ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການຢ່າງປອດໄພ.
3) ຈັດຝຶກອົບຮົມໃຫ້ແກ່ພະນັກງານຄຸ້ມຄອງຂັ້ນສູນກາງ ແລະ ທ້ອງຖິ່ນ, ຝຶກອົບຮົມໃຫ້ພະນັກງານຜູ້ດຳເນີນງານ ແລະ ຄຸ້ມຄອງດ້ານວິຊາການຂອງລະບົບນໍ້າປະປາ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ເຜີຍແຜ່ການສຶກສາໃຫ້ແກ່ຊຸມຊົນກ່ຽວກັບວຽກນໍ້າ ແລະ ສຸຂາອະນາໄມ ປະເມີນຄວາມປອດໄພແຫຼ່ງນໍ້າໃນພື້ນທີ່ ແລະ ສະໜອງຂໍ້ມູນຄຸນນະພາບນໍ້າປະປາ ແລະ ນໍ້າໃຕ້ດິນ.