ລັດຖະບານ ຮຽກຮ້ອງໃຫ້ປະຕິບັດຂໍ້ແນະນໍາ ເພື່ອໃຫ້ການລະບາດຂອງໂຄວິດ-19 ຫຼຸດຜ່ອນລົງ
ລັດຖະບານ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງສືບຕໍ່ຮ່ວມມືເປັນເຈົ້າການໃນການປະຕິບັດບັນດາຂໍ້ແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຫຼຸດໜ້ອຍຖອຍລົງ ຈຶ່ງຈະສາມາດກັບມາດຳລົງຊີວິດຕາມປົກກະຕິ. ເພື່ອຮັບປະກັນບໍ່ໃຫ້ມີຜູ້ຕິດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມຂຶ້ນອີກ ຢູ່ ສປປ ລາວ, ລັດຖະບານໄດ້ຈັດ ກອງປະຊຸມທົບທວນ ແລະ ປະເມີນຄືນການຈັດປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 06/ນຍ ເມື່ອບໍ່ດົນມານີ້, ເຊິ່ງ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ມີທິດຊີ້ນໍາໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີອອກແຈ້ງການຕໍ່…