Vientiane Times Lao

ພົບຜູ້ຕິດພະຍາດໂຄວິດ-19 ເພີ່ມ 2 ຄົນ ລວມເປັນ 18

ຄະນະສະເພາະກິດຢືນຢັນຕອນບ່າຍມື້ນີ້ ມີຜູ້ຕິດພະຍາດອັກເສບປອດຈາກເຊື້ອ ຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມອີກ 2 ຄົນ ເປັນເພດຍິງ ຢູ່ບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ມາຮອດປະຈຸບັນທົ່ວປະເທດມີຜູ້ຕິດເຊື້ອທັງໝົດ 18 ຄົນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການ…

ທະນາຄານເອັສທີ ມອບລົດຈັກ 10 ຄັນເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ໂຄວິດ-19

ທະນາຄານເອັສທີ ຈໍາກັດ ໄດ້ນຳລົດຈັກ ຈຳນວນ 10 ຄັນ ຍີ່ຫໍ້ Haojue NK150 ລວມມູນຄ່າ 175 ລ້ານກີບ ມາມອບໃຫ້ ແກ່ລັດຖະບານລາວ ໃນວັນທີ 10 ເມສາ 2020 ເພຶ່ອນຳໃຊ້ໃນວຽກງານການຕອບໂຕ້ ແລະ…

ລັດຖະບານ ສັນລະເສີນ ຄະນະຊ່ຽວຊານແພດ ສປ ຈີນ ທີ່ມາຊ່ວຍຕ້ານພະຍາດໂຄວິດ-19 ຢູ່ລາວ

ກະຊວງສາທາລະນະສຸກ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບໃບຍ້ອງຍໍແກ່ຄະນະຊ່ຽວຊານແພດ ສປ ຈີນ ຈໍານວນ 12 ທ່ານທີ່ມາຊ່ວຍທິມແພດໝໍຂອງລາວໃນການຕ້ານການລະບາດຂອງພະຍາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19. ພິທີສະຫຼຸບຜົນງານ ແລະ ຍ້ອງຍໍຊົມເຊີຍ ໄດ້ຈັດຂຶ້ນໃນວັນທີ 10 ເມສາ 2020 ທີ່ ກະຊວງສາທາລະນະສຸກ,…

ມູນນິທິ ພົງສະຫວັນ ມອບອຸປະກອນການແພດ ເພື່ອນໍາໃຊ້ຄວບຄຸມ ໂຄວິດ-19

ສູນກາງແນວລາວສ້າງຊາດ ຮ່ວມກັບ ມູນນິທິ ພົງສະຫວັນ ໄດ້ນຳອຸປະກອນ ການແພດ ແລະ ເຄື່ອງບໍລິໂພກ-ອຸປະໂພກ ມາມອບໃຫ້ໂຮງໝໍເສດຖາທິລາດ ໃນວັນທີ 10 ເມສາ 2020 ເພື່ອສະໜັບສະໜູນໃຫ້ ທ່ານໝໍ ນຳໃຊ້ໃນໃນການຕອບໂຕ້ ແລະ ການກຽມພ້ອມສຳລັບ ພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່…

ຂ່າວດີຈາກສູນປະຕິບັດງານຢືນຢັນ ຜູ້ຕິດເຊື້ອໂຄວິດ-19 ຍັງ 16 ເທົ່າເດີມ

ລາຍງານຈາກສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ພະຍາດອັກເສບປອດ ໂຄວິດ-19 ໃນຕອນບ່າຍວັນທີ 10 ເມສາ 202​0 ຖືວ່າເປັນຂ່າວດີສໍາລັບປວງຊົນລາວທັງຊາດ ເມື່ອບໍ່ພົບຜູ້ຕິດເຊື້ອເພີ່ມ ເຊິ່ງຕົວເລກຍັງເປັນ 16 ຄົນ ເທົ່າເດີມ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ…

ສະຫວັນນະເຂດ ເຂັ້ມງວດຄຸ້ມຄອງລາຄາສິນຄ້າ

ແຂວງສະຫວັນນະເຂດ ກໍ່ຄືແຂວງອື່ນໆ ໃນຂອບເຂດທົ່ວປະເທດ ທີ່ມີການເຂັ້ມງວດໃນການຄຸ້ມຄອງລາຄາສິນຄ້າຕາມທ້ອງຕະຫຼາດ ເພື່ອບໍ່ໃຫ້ພໍ່ຄ້າແມ່ຄ້າສວຍໂອກາດຂຶ້ນລາຄາ ໃນໄລຍະທີ່ມີການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19. ທີມງານຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເມື່ອບໍ່ດົນມານີ້ໄດ້ລົງຕິດຕາມ-ກວດກາບັນດາຕະຫຼາດ ພາຍໃນເທດສະບານແຂວງ ໂດຍອີງຕາມການແນະນຳຂອງທ່ານເຈົ້າແຂວງສະຫວັນນະເຂດ ໃນໂອກາດທີ່ເກີດການລະບາດຂອງພະຍາດ ໂຄວິດ-19, ໃນການປິດຕະຫຼາດ…

ຄະນະສະເພາະກິດຢືນຢັນຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍຄົນອາການດີຂື້ນ

ຄະນະສະເພາະກິດ ຢືນຢັນໃນໂອກາດ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 9 ເມສາ 2020 ວ່າ ຜູ້​ຕິດເຊື້ອ​ພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ໃນຈໍານວນ 16 ຄົນນີ້, ຫຼາຍຄົນແມ່ນມີການຂັ້ນເບົາບາງ ແລະ ດີຂຶ້ນຕາມລໍາດັບ ພາຍຫຼັງໄດ້ຮັບການປິ່ນປົວຢູ່ໂຮງໝໍ. ຮສ…

ລັດຖະບານມີຄວາມເປັນຫ່ວງ ນັກສຶກສາລາວ ຢູ່ແຂວງຮ່າຕິ້ງ ລັກອອກຈາກຫໍພັກກັບຄືນປະເທດ

ທ່ານ ຮສ ປອ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖະແຫຼງຂ່າວຕໍ່ສື່ມວນ ໃນວັນທີ 9 ເມສາ 2020 ວ່າ ລັດຖະບານມີຄວາມເປັນຫ່ວງ ທີ່ນັກນັກສືກສາລາວຈໍານວນໜຶ່ງຢູ່ແຂວງ ຮ່າຕິ້ງ ສສ ຫວຽດນາມ ລັກອອກຈາກຫໍພັກ…

ລັດຫາລືດ້ານນະໂຍບາຍສົ່ງເສີມການຜະລິດ-ບໍລິການ, ຄຸ້ມຄອງລາຄາ ແລະ ຈໍລະຈອນສິນຄ້າ

ກອງປະຊຸມປຶກສາຫາລືຂອງຄະນະສະເພາະກິດ ໜ່ວຍງານນະໂຍບາຍດ້ານການສົ່ງເສີມ ການຜະລິດ-ບໍລິການ, ຄຸ້ມຄອງລາຄາ ແລະ ຈໍລະຈອນສິນຄ້າຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 9 ເມສາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ…

ສປປ ລາວ ມີຜູ້ຕິດພະຍາດໂຄວິດ-19 ເພີ່ມອີກ 1 ຄົນມື້ນີ້ ລວມເປັນ 16 ຄົນ

ຄະນະສະເພາະກິດ ຢືນຢັນໃນຕອນບ່າຍມື້ນີ້ ພົບຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເພີ່ມອີກ 1 ຄົນ ລວມເປັນ 16 ຄົນ. ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນໃນຕອນບ່າຍວັນທີ 9…