Vientiane Times Lao

ຄະນະສະເພາະກິດປຽ່ນນິຍາມໃນການກວດຫາເຊື້ອພະຍາດ COVID-19

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ໄດ້ ປ່ຽນນິຍາມເພຶ່ອສ້າງເງື່ອນໄຂໃຫ້ທຸກຄົນສາມາດເຂົ້າການກວດເລືອດເພື່ຶອຊອກຫາເຊື້ອ ໂດຍບໍ່ເສຍຄ່າເພື່ອຫຼຸດຜ່ອນການແຜ່ລະບາດ ແລະ ໄພຂົ່ມຂູ່ຈາກພະຍາດດັ່ງກ່າວ. ການປ່ຽນແປງຄຳນິຍາມທີ່ໃຊ້ໃນການກຳນົດຜູ້ທີ່ມີສິດໄດ້ຮັບການກວດເລືອດເພື່ອຊອກຫາເຊື້ອພະຍາດ COVID-19 ແມ່ນແນໃສ່ ຮັບປະກັນວ່າທຸກຄົນສາມາດເຂົ້າເຖິງການບໍລິການດ້ານສຸຂະພາບ ສຳລັບການກວດເລືອດ ແລະ ປິ່ນປົວ. ພາຍໃຕ້ ຄຳນິຍາມໃໝ່,…

ທະນາຄານ ອຸດສາຫະກໍາ ແລະ ການຄ້າຈີນ ມອບອຸປະກອນການແພດ ເພື່ອຕ້ານ ໂຄວິດ-19

ທະນາຄານ ອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ (ທະນາຄານໄອຊີບີຊີ) ໄດ້ດໍາເນີນການຈັດຊື້ອຸປະກອນການແພດຢ່າງຮີບດ່ວນ ແລະ ຂົນສົ່ງທາງໄກ ເພື່ອມອບໃຫ້ກະຊວງສາທາລະນະສຸກຂອງ ສປປ ລາວ ໃນວັນທີ 08 ເມສາ 2020 ນີ້, ລວມມີຜ້າອັດປາກອະນາໄມສໍາລັບທາງການແພດ 150.000 ອັນ,…

ນັກທຸລະກິດມອບເຄື່ອງຊ່ວຍເຫຼືອແຂວງສະຫວັນນະເຂດ ຕ້ານໂຄວິດ-19

ນັກທຸລະກິດຈາກ 7 ພາກສ່ວນພາຍໃນ ແຂວງສະຫວັນນະເຂດ ໄດ້ນຳເຄື່ອງຈຳນວນໜຶ່ງມາມອບໃຫ້ຄະນະສະເພາະກິດ ແຂວງ ລວມມູນຄ່າທັງໝົດຫຼາຍກວ່າ 238.000.000 ກີບ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19. ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຕອນເຊົ້າວັນທີ 08 ເມສາ 2020 ນີ້…

ສາລະວັນເຂັ້ມງວດໃນການຕ້ານພະຍາດໂຄວິດ-19

ແຂວງສາລະວັນ ກໍ່ຄືກັບແຂວງອື່ນໆ ໃນທົ່ວປະເທດ ທີ່ມີການເພີ່ມທະວີຄວາມເອົາໃຈໃສ່ສະກັດກັ້ນການແຜ່ລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19. ທ່ານ ບຸນອ້ອມ ເດດນະຄອນ ຫົວໜ້າຈັດສັນຕະຫຼາດເທດສະບານເມືອງສາລະວັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງສາລະວັນ ວ່າ ພາຍຫຼັງທີ່ໄດ້ມີຄໍາສັ່ງນາຍົກ ເລກທີ 06/ນຍ, ລົງວັນທີ 29 ມີນາ…

ພັກ-ລັດ ໃຫ້ຄວາມສໍາຄັນໃນການປ້ອງກັນພະຍາດ ໂຄວິດ-19

ຄະນະເລຂາທິການສູນກາງພັກ ໄດ້ມີກອງປະຊຸມຫາລືດ້ານຄວາມພ້ອມຕ່າງໆ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ເພື່ອບໍ່ໃຫ້ແຜ່ຂະຫຍາຍສູ່ວົງກວ້າງໃນ ສປປ ລາວ. ກອງປະຊຸມດັ່ງກ່າວຈັດຂື້ນໃນຕອນເຊົ້າ ວັນທີ 7 ເມສາ 2020 ຢູ່ຫ້ອງວ່າການສູນກາງພັກ ດ້ວຍລະບົບວີດີໂອທາງໄກ ເພື່ອປຶກສາຫາລືກ່ຽວກັບສະພາບການແຜ່ລະບາດ, ການປ້ອງກັນ, ຄວບຄຸມ ແລະ…

ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນ ປະກອບສ່ວນຕ້ານພະຍາດໂຄວິດ-19

ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນ ໄດ້ນຳເງິນຈຳນວນ 80.000 ໂດລາສະຫະລັດ ມອບໃຫ້ລັດຖະບານ ໃນວັນທີ 6 ເມສາ 2020 ເພື່ອປະກອບສ່ວນໃນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ. ການຊ່ວຍເຫຼືອດັ່ງກ່າວແມ່ນຕອບສະໜອງກັບຄວາມຕ້ອງການຕົວຈິງຂອງລັດຖະບານລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ…

ນາຍົກ ແນະນຳຜ່ານກອງປະຊຸມທາງໄກ ໃຫ້ເພີ່ມທະວີສະກັດກັ້ນ ການແຜ່ລະບາດ ຂອງໂຄວິດ-19

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແນະນໍາໃຫ້ພາກສ່ວນກ່ຽວຂ້ອງຢູ່ບັນດາທ້ອງຖິ່ນຕ່າງໆ ເຂັ້ມງວດໃນການປິດດ່ານ, ບໍ່ອະນຸຍາດໃຫ້ຄົນຕ່າງປະເທດ ເຂົ້າມາປະເທດເຮົາ ແລະ ຕ້ອງສືບຕໍ່ໂຄສະນາເຜີຍແຜ່ ໃຫ້ປະຊາຊົນເຂົ້າໃຈກ່ຽວກັບຜົນຮ້າຍຈາກພະຍາດປອດອັກເສບໂຄວິດ-19 ໂດຍສະເພາະຜູ້ທີ່ຖືກຈໍາກັດບໍລິເວນບໍ່ໃຫ້ປະໝາດ. ຄໍາແນະນໍາດັ່ງກ່າວແມ່ນໃນໂອກາດກອງປະຊຸມທາງໄກ ໃນວັນທີ 6 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍມີຈຸດປະສົງ ເພື່ອກວດກາ…

ຢູນີເທວມອບການຊ່ວຍເຫຼືອເພື່ອຄວບຄຸມການແຜ່ລະບາດຂອງໂຄວິດ-19

ບໍລິສັດສະຕາໂທລະຄົມ (ຢູນີເທວ) ໃຫ້ການຊ່ວຍເຫຼືອລັດຖະບານລາວ ເພື່ອຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ລວມມູນຄ່າ 2.830.000.000 ກີບ. ພິທີມອບ-ຮັບໄດ້ຈັດຂຶ້ນໃນ ວັນທີ 6 ເມສາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ, ຕ່າງໜ້າບໍລິສັດ ສະຕາໂທລະຄົມ ໂດຍ ທ່ານ ລືວ ແມ໋ງ…

ຜູ້ຕິດເຊື້ອໂຄວິດ-19 ຄົນທີ 12 ເປັນນັກສຶກສາລາວ, ຮ່ວມຖ້ຽວບິນດຽວກັບຜູ້ທີ 11 (TG 574 ບາງກອກ-ວຽງຈັນ)

ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ອີກ 1 ຄົນ ລວມເປັນ 12 ຄົນ, ເຊີ່ງຜູ້ກ່ຽວເປັນນັກສຶກສາລາວ ທີ່ເດີນທາງມາແຕ່ປະເທດອັງກິດ, ຈາກການເກັບຕົວຢ່າງ ກໍລະນີສົງໄສມາກວດ 17 ຄົນໃນວັນທີ 5 ເມສາ 2020. ທີ່ສໍາຄັນຜູ້ຕິດເຊື້ອຄົນທີ 12…

ເມືອງສີໂຄດຕະບອງຕັ້ງຈຸດກວດກາການເຂົ້າ-ອອກ 7 ຈຸດ ເພື່ອຕ້ານພະຍາດ ໂຄວິດ-19

ເມືອງສີໂຄດຕະບອງ ກໍ່ຄືເມືອງອື່ນໆ ໃນທົ່ວປະເທດໄດ້ມີການເຂັ້ມງວດກວດຄົນ ເຂົ້າ-ອອກ ແລະ ຜູ້ທີ່ສັນຈອນຕາມທ້ອງຖະໜົນພາຍໃນເມືອງ ໂດຍຜັນຂະຫຍາຍການຈັດຕັ້ງປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເພື່ອປ້ອງກັນບໍ່ໃຫ້ເຊື້ອໂຄວິດ-19 ແຜ່ຂະຫຍາຍໃນວົງກວ້າງ. ອຳນາດການປົກຄອງເມືອງສີໂຄດຕະບອງ ຕັ້ງຈຸດກວດກາການເຂົ້າ-ອອກພາຍໃນເມືອງ ຊົ່ວຄາວ 7 ຈຸດ ຢູ່ກຸ່ມເກົ້າລ້ຽວ, ກຸ່ມບ້ານໃໝ່, ກຸ່ມສີໄຄ, ກຸ່ມໜອງໜ້ຽວ, ກຸ່ມໜອງບຶກ, ກຸ່ມໜອງດ້ວງ…