Vientiane Times Lao

ຄະນະສະເພາະກິດແຈ້ງ: ເລື່ອນການໄປປະຕິບັດວຽກງານຂອງລັດຖະກອນຢູ່ປະເທດທີ່ມີການລະບາດຂອງ ໂຄວິດ-19

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ອອກແຈ້ງການໃຫ້ພິຈາລະນາການເລື່ອນ ຫຼື ໂຈະການໄປປະຕິບັດວຽກງານຂອງພະນັກງານລັດຖະກອນຢູ່ປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19. ອີງຕາມແຈ້ງການ ສະບັບເລກທີ 003/ສພກ ລົງວັນທີ 2 ມີນາ 2020 ຂອງຄະນະສະເພາະກິດ ດັ່ງກ່າວ ເຊິ່ງໄດ້ສະເໜີໃຫ້ພາກສ່ວນຕ່າງໆ…

ປກສ ແຂວງສະຫວັນນະເຂດ ເພີ່ມທະວີສະກັດກັ້ນການຄ້າຂາຍຢາເສບຕິດ

ປກສ ແຂວງສະຫວັນນະເຂດ ຮ່ວມກັບອຳນາດການປົກຄອງທ້ອງຖິ່ນສືບຕໍ່ເພີ່ມທະວີສະກັດກັ້ນການຄ້າຂາຍຢາເສບຕິດ ໂດຍສຸມໃສ່ເຮັດວຽກງານໂຄສະນາຜົນຮ້າຍຂອງຢາເສບຕິດ. ອີງຕາມແຫຼ່ງຂ່າວຈາກໜັງສືພິມສະຫວັນພັດທະນາ ເຊິ່ງໄດ້ລາຍງານວ່າ: ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ຢູ່ແຂວງສະຫວັນນະເຂດ ຕົວເລກຄະດີ ຄ້າຂາຍຢາເສບຕິດ ແລະ ຕົວເລກຜູ້ເສບຢາເສບຕິດເພີ່ມຂຶ້ນທຸກໆປີ ແລະ ໜ້າວິຕົກ ເຖິງແມ່ນວ່າເຈົ້າໜ້າທີ່ສະເພາະກິດຈະສຸມໃສ່ແກ້ໄຂບັນຫາດັ່ງກ່າວແລ້ວກໍ່ຕາມ. ທ່ານ…

ຊາວສວນຂາດທຶນຍ້ອນໝາກໂມລົ້ນຕະຫຼາດ

ຊາວສວນຜູ້ປູກໝາກໂມຈຳນວນຫຼາຍຈົ່ມວ່າລາຄາຂອງໝາກໂມຕົກຕ່ຳຫຼາຍໃນປີນີ້ ເຮັດໃຫ້ຊາວສວນຫຼາຍຄົນຂາດທຶນ. ທ້າວ​ ຕຽງຄຳ ຊາວສວນ ຢູ່ແຂວງວຽງຈັນ ກ່າວວ່າ: ປີນີ້ລາຄາໝາກໂມຕົກຕ່ຳກວ່າປີກາຍນີ້ຫຼາຍ ເພາະບໍ່ສາມາດສົ່ງອອກໄດ້ເນື່ອງຈາກການແຜ່ລະບາດ​ຂອງພະຍາດ ໂຄວິດ-19. ໝາກໂມທີ່ຖືກສົ່ງມາຂາຍຢູ່ນະຄອນຫຼວງວຽງຈັນ ແລະ ​ແຂວງອື່ນໆ​ ໂດຍຜ່ານແມ່ຄ້າຄົນກາງແມ່ນລາຄາຖືກ. ຜູ້ປູກໝາກໂມຫຼາຍຄົນຈຶ່ງຕ້ອງໄດ້ຂົນຜົນລະປູກຂອງຕົນເອງເຂົ້າມາຂາຍ​ເອງກ່ອນທີ່ຈະເນົ່າຄາສວນ ເພື່ອບໍ່ໃຫ້ຂາດທຶນ ຫຼື ໃຫ້ຂາດທຶນໜ້ອຍທີ່ສຸດ.​ ປີກາຍນີ້ມີແມ່ຄ້າຄົນກາງໄປຊື້ເຖິງສວນໃນລາຄາ ໜ່ວຍລະ…

ຜູ້ດ້ອຍໂອກາດໃນລາວຈະໄດ້ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ

ຜູ້ດ້ອຍໂອກາດຢູ່ ສປປ ລາວ ທີ່ມີອາຍຸລະຫວ່າງ 18-30 ປີ ທີ່ຮຽນຈົບຊັ້ນປະຖົມ ແຕ່ບໍ່ຈົບມັດທະຍົມ​ ແລະ​ ມີພາຫະນະທຽວໃນໄລຍະຝືກອົບຮົມ​ຈະມີໂອກາດພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນຫຼັງຈາກໄດ້ຮັບເຂົ້າຝືກອົບຮົມວິຊາຊີບ. ໂຄງການຝຶກອົບຮົມດັ່ງກ່າວລວມມີ 45 ທຶນ ປະກອບດ້ວຍທຶນຝຶກອົບຮົມສາຂາປຸງແຕ່ງ ​25 ​ທຶນ,​ ວິຊາການໂຮງແຮມ 20 ທຶນ ແລະ…

ງານກິລາແຫ່ງຊາດຄັ້ງທີ 11 ຈະເລື່ອນການຈັດເພື່ອປ້ອງກັນພະຍາດໂຄວິດ-19

ງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ມີກໍານົດຈະຈັດຂຶ້ນໃນລະຫວ່າງວັນທີ 22 ມີນາ ຫາ ວັນທີ 1 ເມສາ 2020 ທີ່ແຂວງຊຽງຂວາງ ອາດຈະເລື່ອນໄປໂດຍບໍ່ມີກໍານົດ. ອີງຕາມແຫຼ່ງຂ່າວຈາກທີມຂ່າວໜັງສືພິມ ສຶກສາ-ກິລາ ທີ່ລາຍງານໂດຍ “ຄົນຂ້າງສະໜາມ” ໃນມື້ນີ້ວ່າ ທ່ານ ນາງ ແສງເດືອນ…

ກຸ່ມບໍລິສັດ XDD ມອບເງິນຈໍານວນ 100,000 ໂດລາ ໃຫ້ແຂວງໄຊສົມບູນ

ທ່ານ ຄອນສະຫວັນ ແກ້ວມູນຕີ, ປະທານກຸ່ມບໍລິສັດ XDD ແລະ ບໍລິສັດ ໄຊສົມບູນ ການຄ້າ ແລະ ຂຸດຄົ້ນບໍ່ແຮ່ ໄດ້ມອບເງິນຈໍານວນ 100,000 ໂດລາສະຫະລັດ ໃຫ້ແຂວງໄຊສົມບູນ, ໃນວັນທີ 26 ກຸມພາ 2020 ທີ່ຫ້ອງວ່າການແຂວງໄຊສົມບູນ…

ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສືບຕໍ່ໂຈະຊົ່ວຄາວອີກ 14 ວັນ

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢູ່ ແຂວງບໍ່ແກ້ວ ໄດ້ອອກແຈ້ງການມື້ວັນທີ 25 ກຸມພາ 2020 ວ່າ: ຈະສືບຕໍ່ໂຈະຊົ່ວຄາວບໍ່ໃຫ້ຄົນນອກ ເຂົ້າໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຕື່ມອີກ 14 ວັນ ເຊິ່ງເລີ່ມແຕ່ວັນທີ 26 ກຸມພາ ຫາ 10…

ແຂວງໄຊສົມບູນ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນປະຖົມ ແລະ ມັດທະຍົມ

ແຂວງໄຊສົມບູນ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງ ໃນວັນທີ 26 ກຸມພາ ທີ່ຜ່ານມາ ໂດຍມີຈຸດປະສົງເພື່ອປັບປຸງຄຸນນະພາບການສຶກສາ ແລະ ຄັດເລືອກເອົາຕົວແທນນັກຮຽນເກັ່ງ ຂອງແຂວງ ເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດ ທີ່ ກະຊວງສຶກສາທິການ ແລະ ກິລາ ຈະຈັດຂຶ້ນ ວັນທີ 17 ມີນາ 2020…

ມະຫາວິທະຍາໄລແຫ່ງຊາດແຕ່ງຕັ້ງຮອງອະທິການບໍດີຄົນໃໝ່

ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປະກາດຮັບຮອງເອົາການແຕ່ງຕັ້ງຮອງອະທິການບໍດີຄົນໃໝ່, ເຊິ່ງໄດ້ຈັດຂຶ້ນໃນອາທິດຜ່ານມາ ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ເວັບໄຊ ຂອງມະຫາວິທະຍາໄລແຫ່ງຊາດໄດ້ ອອກຂ່າວວ່າ: ນາຍົກລັດຖະມົນຕີໄດ້ອອກດຳລັດ ແຕ່ງຕັ້ງ ທ່ານ ຮອງສາດສະດາຈານ ດຣ…

ຄູອາສາສະໝັກ, ພະນັກງານຊ່ວຍວຽກບໍລິຫານການສຶກສາ ຈຳນວນ 966 ຄົນ ຈະຖືກບັນຈຸເຂົ້າເປັນລັດຖະກອນໃໝ່ ປີ 2020

ຄູອາສາສະໝັກໃນຂອບເຂດທົ່ວປະເທດ ໂດຍສະເພາະຢຸ່ເຂດຊົນນະບົດ ເລີ່ມມີຄວາມຫວັງທີ່ຈະໄດ້ບັນຈຸເຂົ້າເປັນລັດຖະກອນຄູ ຫຼັງຈາກທີ່ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ:  ສໍາລັບປີ 2020 ນີ້, ລັດຖະບານໄດ້ໃຫ້ຕົວເລກ ລັດຖະກອນຄູ ແລະ ພະນັກງານຊ່ວຍວຽກ ບໍລິຫານການສຶກສາ ຈໍານວນທັງໝົດ 966 ຄົນ ໂດຍໄດ້ແບ່ງປັນຕົວເລກດັ່ງກ່າວໄປແຕ່ລະແຂວງໃນຂອບເຂດທົ່ວປະເທດ. ນະຄອນຫຼວງວຽງຈັນ…