ທະຫານຊາຍແດນ 323 ແຂວງສະຫວັນນະເຂດ ຢຶດຢາໄອ໌ສໄດ້ຈຳນວນ 12 ກິໂລ
ທະຫານລາດຕະເວນຊາຍແດນ 323 ກອງບັນຊາການທະຫານແຂວງສະຫວັນນະເຂດໄດ້ ຢຶດຢາໄອ໌ສໄດ້ ຈຳນວນ 12 ກິໂລ ເມື່ອບໍ່ດົນມານີ້ໃນເວລາອອກລາດຕະເວນຕາມຊາຍແດນ (19 ໂມງ30 ນາທີ) ຢູ່ ບ້ານຫີນນໍ້າອ້ອຍ ເມືອງໄຊບູລີ ແຂວງສະຫວັນນະເຂດ ສ່ວນຜູ້ ຄ້າ-ຂາຍ ຫຼື ເຈົ້າຂອງຢາເສບຕິດດັ່ງກ່າວ ແມ່ນສາມາດຫຼົບໜີໄປໄດ້. ສະພາບຢາເສບຕິດຢູ່ແຂວງສະຫວັນນະເຂດເປັນປະກົດການຫຍໍ້ທໍ້ໜຶ່ງທີ່ສົ່ງຜົນກະທົບໂດຍກົງຕໍ່ສັງຄົມຢູ່ແຂວງ…

