ນໍ້າເຊບັງຫຽງຍັງສືບຕໍ່ຍື່ງຂຶ້ນຖ້ວມ 23 ບ້ານຢູ່ເມືອງສອງຄອນ

ນໍ້າເຊບັງຫຽງຍັງສືບຕໍ່ຍື່ງຂຶ້ນຖ້ວມ 23 ບ້ານຢູ່ເມືອງສອງຄອນ

ສະພາບໄພນ້ຳຖ້ວມຢູ່ ເມືອງສອງຄອນ ແຂວງສະຫວັນນະເຂດຮອດມື້ເຊົ້ານີ້ວັນທີ 24 ຕຸລາ, ນໍ້າເຊບັງຫຽງຍັງສືບຕໍ່ຍຶ່ງຂຶ້ນຖ້ວມ 23 ບ້ານ ລວມມີ 2.428 ຄອບຄົວ, ພົນລະ ເມືອງ 14.400 ຄົນ ທີ່ໄດ້ຮັບຜົນກະທົບ. ນອກນັ້ນຍັງມີເນື້ອທີ່ນາ ເກືອບ 5.000 ເຮັກຕາ ທີ່ກຳລັງຈະເກັບກ່ຽວຜົນຜະລິດກໍຖືກນ້ຳຖ້ວມເສຍຫາຍ.

ເຈົ້າເມືອງສອງຄອນ ທ່ານ ລຳຄູນ ວໍລະວົງ ໄດ້ລາຍງານສະພາບນໍ້າຖ້ວມພາຍໃນເມືອງສອງຄອນຕໍ່ນັກຂ່າວວ່າ: ພາຍຫຼັງເກີດນ້ຳຖ້ວມ ໄດ້ມີການລົງຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ, ທັງລະດົມກຳລັງ ທະຫານ-ຕຳຫຼວດ ຊ່ວຍເກັບກູ້ສິ່ງຂອງ, ສັດລ້ຽງ ໄປໄວ້ເຂດທີ່ສູງປອດໄພ, ພ້ອມທັງນຳເອົາເຄື່ອງຊ່ວຍເຫລືອທີ່ໄດ້ຮັບຈາກພາກສ່ວນຕ່າງໆທີ່ຈຳເປັນ ໄປມອບໃຫ້ປະຊາຊົນແຕ່ລະບ້ານຢ່າງຮີບດ່ວນ ແລະ ຕໍ່ເນື່ອງ. ຜົນເສຍຫາຍຄັ້ງນີ້ ຍັງມີຫນອງປາ 314 ຫນອງ, ເນື້ອທີ່ສວນ 96 ເຮັກຕາ, ສັດຕາຍ ( ງົວ6 ໂຕ), ວິດຖ່າຍ 1.289 ຫນ່ວຍ, ເລົ້າເຂົ້າ 1 ຫລັງ, ນໍ້າບາດານ 54 ຫນ່ວຍ, ລະບົບຊົນລະປະທານ 9 ແຫ່ງ ແລະ ສະພາບເສັ້ນທາງຄົມມະນາຄົມທາງບົກ ໃນບາງຈຸດພົບຄວາມຫຍຸ້ງຍາກໃຊ້ການບໍ່ໄດ້ມີທັງຫມົດ: 10 ເສັ້ນ, ຍາວ 7.700 ແມັດ, ໂຮງຮຽນຢຸດການຮຽນ-ການສອນຊົ່ວຄາວມີ ທັງຫມົດ 22 ແຫ່ງ, ໂຮງຮຽນຖືກຖ້ວມ 11 ແຫ່ງ, ໃນນີ້, ອານຸບານ 1 ແຫ່ງ ແລະ ໂຮງຮຽນ ມໍຕົ້ນ 2 ແຫ່ງ, ສາຍໄຟຟ້າຂາດ ແລະ ອື່ນໆ. ຄວາມຕ້ອງການຊ່ວຍເຫລືອຈາກສັງຄົມຮີບດ່ວນແມ່ນເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ແລະ ຢາປົວພະຍາດ.

ຂ່າວ: ຣາສະວົງ

Related Articles

Leave a Reply