ຍັງມີຮ້ານບັນເທີງ ແລະ ຮ້ານຄາຣາໂອເກະ ຫຼາຍແຫ່ງຢູ່ນະຄອນຫລວງວຽງຈັນທີ່ຍັງເປີດບໍລິການຊຶ່ງຂັດ ກັບແຈ້ງການຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທີ່ສັ່ງໃຫ້ສືບຕໍ່ປິດບັນດາຮ້ານ ດັ່ງກ່າວເພື່ອ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.
ປະຊາຊົນບ້ານດົງຄໍາຊ້າງ (ບໍ່ປະສົງອອກນາມ) ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ ໄດ້ກ່າວກ່ຽວກັບ ບັນດາຮ້ານບັນເທີງຢູ່ບ້ານດັ່ງກ່າວໂດຍຜ່ານທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ຕາມການແຈ້ງການຂອງຂັ້ນເທິງຄືວ່າໃຫ້ສືບຕໍ່ປິດຮ້ານບັນເທີງ, ຮ້ານຄາຣາໂອເກະ ເພື່ອປ້ອງກັນພະຍາດໂຄວິດ-19, ແຕ່ເປັນຫຍັງຢູ່ບ້ານດົງຄໍາຊ້າງຄືຍັງມີການເປີດບໍລິການຢູ່ ໂດຍສະເພາະບັນດາຮ້ານບັນເທີງທີ່ຢູ່ແຄມບຶງ ຫຼື ຢູ່ເບື້ອງລຸ່ມຂອງໂຮງຮຽນກະສິກໍາ ແລະ ປ່າໄມ້, ບາງຄືນກໍ່ເປີດຮອດ 1 ໂມງ-2 ໂມງເຊົ້າ ໂດຍມີນັກຮຽນຈໍານວນຫຼາຍເຂົ້າໃຊ້ບໍລິການທີ່ຮ້ານບັນເທີງດັ່ງກ່າວ ແລະ ເຊື່ອວ່າບໍ່ມີສະເພາະແຕ່ຮ້ານບັນເທີງຢູ່ເຂດບ້ານດົງຄໍາຊ້າງທີ່ເປີດບໍລິການ ຈຶ່ງຮຽກຮ້ອງ ໃຫ້ພາກ ສ່ວນທີ່ກ່ຽວຂ້ອງລົງກວດກາເບີ່ງເພື່ອຄວາມເປັນລະບຽບ ທັງເປັນການປ້ອງກັນພະຍາດໂຄວິດ-19.
ອີງຕາມແຈ້ງການຂອງ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງ ຖວທ ທີ່ໄດ້ອອກເມື່ອບໍ່ດົນມານີ້ ຊຶ່ງລະບຸໄວ້ວ່າ: ໃຫ້ພະແນກ ຖວທ ນະຄອນຫຼວງ, ແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງສົມທົບກັບ ກໍາລັງປ້ອງກັນຄວາມສະຫງົບແຕ່ລະຂົງເຂດໃນການເຄື່ອນໄຫວຕິດຕາມກວດກາຮ້ານບັນເທີງ, ຮ້ານຄາຣາໂອເກະ ເພື່ອໃຫ້ສືບຕໍ່ປິດ ຖ້າກວດພົບຮ້ານໃດລະເມີດແມ່ນໃຫ້ປະຕິບັດວິໄນຕາມລະບຽບ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ພາບປະກອບ

