ຝຣັ່ງ ສະໜັບສະໜູນການສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ ຢູ່ ສປປ ລາວ

ຝຣັ່ງ ສະໜັບສະໜູນການສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ ຢູ່ ສປປ ລາວ

ສະຖານທູດຝຣັ່ງ ປະຈໍາ ສປປ ລາວ ສະໜັບສະໜູນ 5 ອົງການຈັດຕັ້ງທາງສັງຄົມຂອງລາວ ທີ່ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ ແລະ ບັນຫາບົດບາດຍິງ-ຊາຍ ຢູ່ ສປປ ລາວ, ໃນວັນທີ 22 ຕຸລາ 2020 ທີ່ເຮືອນພັກທູດຝຣັ່ງ, ໂດຍ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ທາ່ນ ນາງ  ຟລໍຣັອງສ ຊັອງບລັອງ-ຣິສແລກ ແລະ ຜູ້ຕາງໜ້າ 5 ອົງການຈັດຕັ້ງທາງສັງຄົມຂອງລາວ ໄດ້ເຂົ້າຮ່ວມພິທີລົງນາມຊ່ວຍເຫຼືອ ໃນຂອບແຜນງານ «ກອງທຶນສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ຫຼື ເອີ້ນຫຍໍ້ວ່າ ກອງທຶນ PISCCA », 5 ໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ PISCCA ມີມູນຄ່າລວມທັງໝົດ 165. 500 ເອີໂຣ ຫຼື 1,7 ຕື້ກວ່າກີບ  ແລະ ຈະຖືກຈັດຕັ້ງປະຕິບັດ ຢູ່ນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ ແລະ ຫົວພັນ ນັບແຕ່ເດືອນພະຈິກ 2020 ຫາ ເດືອນຕຸລາ 2021.
ສໍາລັບ ໄລຍະ 2020-2021, ມີ 5 ໂຄງການຖືກຄັດເລືອກໃຫ້ຮັບເງິນຊ່ວຍເຫຼືອພາຍໃຕ້ແຜນງານກອງທຶນ PISCCA, ທຸກໂຄງການແມ່ນປະກອບສ່ວນໃນເປົ້າໝາຍການພັດທະນາຂອງ ສປປ ລາວ, ໂດຍສະເພາະ ການປັບປຸງຊິວິດການເປັນຢູ່ຂອງປະຊາຊົນທີ່ມີຄວາມສ່ຽງຫຼື ດ້ອຍໂອກາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ ຊຶ່ງເປັນບູລິມະສິດຂອງ ສປປ ລາວ ແລະ ປະເທດຝຣັ່ງ.

ຂ່າວ: ວຽງຈັນທາຍ

ຮູບ: ເພັດໂພໄຊ

Related Articles

Leave a Reply