ທະຫານຊາຍແດນ 323 ແຂວງສະຫວັນນະເຂດ ຢຶດຢາໄອ໌ສໄດ້ຈຳນວນ 12 ກິໂລ

ທະຫານຊາຍແດນ 323 ແຂວງສະຫວັນນະເຂດ ຢຶດຢາໄອ໌ສໄດ້ຈຳນວນ 12 ກິໂລ

ທະຫານລາດຕະເວນຊາຍແດນ 323 ກອງບັນຊາການທະຫານແຂວງສະຫວັນນະເຂດໄດ້ ຢຶດຢາໄອ໌ສໄດ້ ຈຳນວນ 12 ກິໂລ ເມື່ອບໍ່ດົນມານີ້ໃນເວລາອອກລາດຕະເວນຕາມຊາຍແດນ (19 ໂມງ30 ນາທີ) ຢູ່ ບ້ານຫີນນໍ້າອ້ອຍ ເມືອງໄຊບູລີ ແຂວງສະຫວັນນະເຂດ ສ່ວນຜູ້ ຄ້າ-ຂາຍ ຫຼື ເຈົ້າຂອງຢາເສບຕິດດັ່ງກ່າວ ແມ່ນສາມາດຫຼົບໜີໄປໄດ້.

ສະພາບຢາເສບຕິດຢູ່ແຂວງສະຫວັນນະເຂດເປັນປະກົດການຫຍໍ້ທໍ້ໜຶ່ງທີ່ສົ່ງຜົນກະທົບໂດຍກົງຕໍ່ສັງຄົມຢູ່ແຂວງ ແລະ ຍັງແກ້ໄຂບໍ່ຕົກ, ນອກນັ້ນຍັງມີປະກົດການຄ້າຂາຍລົດເຖື່ອນ ແລະ ປະກົດການອື່ນໆທີ່ເກີດຂຶ້ນຢູ່ບັນດາບ້ານ ຫຼື ເມືອງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ.

ຂ່າວ-ພາບ: ສພຂ

Related Articles

Leave a Reply