ທີມແພດໝໍ ແຂວງສະຫວັນນະເຂດ ເຝົ້າລະວັງພະຍາດລະບາດທີ່ອາດຈະເກີດຈາກຜູ້ປະສົບໄພນໍ້າຖ້ວມ

ທີມແພດໝໍ ແຂວງສະຫວັນນະເຂດ ເຝົ້າລະວັງພະຍາດລະບາດທີ່ອາດຈະເກີດຈາກຜູ້ປະສົບໄພນໍ້າຖ້ວມ

ພະແນກສາທາລະນະສຸກ ແຂວງສະຫວັນນະເຂດແຈ້ງໃຫ້ຮູ້ວ່າ: ໄດ້ພົບພະຍາດຖອກທ້ອງ, ພະຍາດ​ຜິວໜັງ (ຕີນ​ເປື່ອຍ), ພະຍາດ​ຕາແດງ ແລະ ອາການຄ້າຍຄືໄຂ້ຫວັດທີ່ເກີດຈາກຜູ້ປະສົບ ໄພນໍ້າຖ້ວມ ຢູ່ 8 ເມືອງຂອງ ແຂວງສະຫວັນນະເຂດ.

ຮອງພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ທ່ານ ປອ. ດຣ ຕຽງຄໍາ ປ້ອງວົງສາ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ໃນຕອນເຊົ້າວັນທີ 22 ຕຸລາ 2020 ນີ້ກ່ຽວກັບມາດຕະການເຝົ້າລະວັງ ພະຍາດລະບາດທີ່ຈະເກີດຈາກຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດວ່າ: ນັບແຕ່ເກີດໄພນໍ້າຖ້ວມຢູ່ 8 ເມືອງຂອງແຂວງສະຫວັນນະເຂດ ມາຮອດປັດຈຸບັນ, ທີມງານແພດໝໍ ຂອງພະແນກສາທາລະນະສຸກແຂວງໄດ້ລົງສົມທົບກັບທີມງານແພດໝໍຫ້ອງການສາທາລະນະສຸກໃນແຕ່ລະເມືອງ ພ້ອມທັງນຳເອົາຢາປົວພະຍາດທີ່ຈໍາເປັນເບື້ອງຕົ້ນ ໃນການເຝົ້າລະວັງພະຍາດ ຕ່າງໆ ທີ່ອາດຈະເກີດຂຶ້ນກັບຜູ້ປະສົບໄພເປັນຕົ້ນແມ່ນໄຂ້ເລືອດອອກ, ພະຍາດຖອກທ້ອງ, ພະຍາດ​ ຜິວໜັງ (ຕີນ​ເປື່ອຍ), ພະຍາດ​ຕາແດງ ແລະ ອາການຄ້າຍຄືໄຂ້ຫວັດ.

ທ່ານ ປອ. ດຣ ຕຽງຄໍາແຈ້ງໃຫ້ຮູ້ຕື່ມອີກວ່າ: ນອກຈາກໄດ້ຈັດວາງທີມງານ ແພດໝໍປະ ຈໍາຢູ່ແຕ່ລະເມືອງແລ້ວ ຍັງໄດ້ຈັດວາງທີມແພດໝໍປະຈໍາຢູ່ສູນພັກພິງຊົ່ວຄາວສໍາລັບຜູ້ທີ່ ເຮືອນຖືກນໍ້າຖ້ວມ ເພື່ອວ່າຖ້າພົບກໍລະນີຜູ້ທີ່ເປັນພະຍາດຮ້າຍແຮງ ກໍ່ຈະມີທີມ ງານແພດ ໝໍນໍາສົ່ງຈາກສູນມາປິ່ນປົວຢູ່ໂຮງໝໍເມືອງໂດຍກົງ. ນັບແຕ່ມີການເຝົ້າລະວັງມາຈົນຮອດປັດຈຸບັນ ໄດ້ ພົບພຽງພະຍາດຖອກທ້ອງ, ພະຍາດ​ຜິວໜັງ (ຕີນ​ເປື່ອຍ), ພະຍາດ​ຕາແດງ ແລະ ອາການຄ້າຍຄືໄຂ້ຫວັດ, ແຕ່ບໍ່ພົບພະຍາດທີ່ຮ້າຍແຮງເຖິງຂັ້ນເສຍຊີວິດ ແລະ ຍັງບໍ່ມີຄົນເຈັບທີ່ຕ້ອງນໍາສົ່ງມາປິ່ນປົວຢູ່ ໂຮງໝໍເມືອງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply