ຈຳນວນຜູ້ປ່ວຍໄຂ້ຍຸງລາຍເພີ່ມຂຶ້ນແຕ່ບໍ່ມີຜູ້ເສຍຊີວິດເພີ່ມ

ເປັນໄລຍະເວລາ 37 ວັນແລ້ວທີ່ ສປປ ລາວບໍ່ພົບຜູ້ເສຍຊິວິດເພີ່ມຂື້ນຍ້ອນໄຂ້ຍຸງ ລາຍ, ນັບແຕ່ວັນທີ 22 ກັນຍາ ຫາ ວັນທີ 28 ຕຸລາ 2020 ຜ່ານມາ,​ ແຕ່ຈຳນວນຜູ້ປ່ວຍໄຂ້ຍຸງລາຍຍັງສືບຕໍ່ເພີ່ມຂຶ້ນ ຊຶ່ງ ນັບແຕ່ເດືອນມັງກອນ ປີ 2020…

ຕະຫຼາດປາກຊັນຈະໃຊ້ເວລາໃນການກໍ່ສ້າງ 7 ປີ

 ບໍລິສັດ ວີເອັນແອລ ໄດ້ຮັບສຳປະທານພັດທະນາໂຄງການກໍ່ສ້າງຕະຫຼາດປາກຊັນ ຢູ່ບ້ານໂພນໄຊ ເມືອງປາກຊັນແຂວງບໍລິຄໍາໄຊ ເປັນເວລາ 50 ປີ (ສາມາດຕໍ່ສັນຍາໄດ້ຕາມການຮັບຮອງຂອງສະພາ ປະຊາຊົນແຂວງ) ຈາກລັດຖະບານແຫ່ງ ສປປ ລາວ ຊຶ່ງຈະໃຊ້ເວລາໃນການກໍ່ສ້າງ ປະມານ 7 ປີ ນັບແຕ່ປີທ້າຍປີ 2020 ນີ້…

ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ຈະເລີ່ມໄຂຂຶ້ນຢ່າງເປັນ ທາງການໃນຕອນບ່າຍຂອງມື້ນີ້

ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ນີ້ຈະໄດ້ໄຂຂຶ້ນຢ່າງເປັນທາງການນັບແຕ່ມື້ນີ້ວັນທີ 29 ຫາ 31 ຕຸລາ 2020 ລວມ 3 ວັນ ຊຶ່ງໃນປີນີ້ຈະເນັ້ນສະເພາະພິທີທາງສາດສະໜາ ເຊັ່ນ: ແຫ່ຜາສາດເຜິ້ງ, ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ ແລະ ພິທີຕັກບາດ…

ລັດເລັ່ງປັບປຸງການບໍລິການຂອງແພດໝໍຢູ່ໂຮງໝໍລັດເພື່ອຫຼຸດຜ່ອນສຽງຈົມວ່າຈາກສັງຄົມ

ລັດຖະບານລາວຈະເລັ່ງໃສ່ປັບປຸງຈັນຍາບັນຂອງແພດໝໍຢູ່ໂຮງໝໍລັດ ໂດຍສະເພາະໃນວຽກງານການບໍລິການໃນດ້ານຕ່າງໆ ເຊັ່ນ: ການຕ້ອນຮັບ, ການປາກເວົ້າຂອງແພດໝໍຕໍ່ຄົນເຈັບ, ການປິ່ນປົວທີ່ມີຄຸນນະພາບ ແລະ ອື່ນໆຂອງແພດໝໍຢູ່ໂຮງໝໍລັດຈໍານວນໜຶ່ງເພື່ອຫຼຸດຜ່ອນສຽງຈົ່ມວ່າຈາກສັງຄົມ ແລະ ເພື່ອໃຫ້ເທົ່າທຽມກັບການບໍລິການຂອງແພດໝໍບັນດາປະເທດໃກ້ຄຽງ. ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານແຜນຂອງລັດຖະບານໃນການປະຕິຮູບ ແລະ ປັບປຸງໂຮງໝໍລັດ ຕໍ່ຄະນະລັດຖະບານ…

ມູນຄ່າການລົງທຶນ ປະຕິບັດໄດ້ 12, 98 ຕື້ໂດລາສະຫະລັດໃນໄລຍະ 9 ເດືອນຂອງປີ 2020

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວທີ່ກອງປະຊຸມສະໄໝສາມັນ ເທື່ອທີ10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 27 ຕຸລາ 2020  ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ວ່າ: ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ…

ພະຍຸໄຕ້ຝຸ່ນ ໂມລາເວ ຈະພັດຜ່ານແຂວງເຊກອງ ແລະ ສາລະວັນໃນເວລາ 15 ໂມງ 00 ຂອງມື້ນີ້

 ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການເຕືອນດ່ວນມື້ເຊົ້ານີ້ວັນທີ 28 ຕຸລາ 2020 ເຖິງ ປະຊາຊົນແຂວງເຊກອງ ແລະ ສາລະວັນ ໃຫ້ກຽມຮັບມືກັບພະຍຸໄຕ້ຝຸ່ນໂມລາເວ (TY MOLAVE) ຫົວທີ 18  ທີ່ຈະເຄື່ອນທີ່ພັດຜ່ານແຂວງເຊກອງ ແລະ ສາລະວັນ ໃນເວລາ…

ສວນພຶກສາຈະຈັດງານບຸນປະເພນີປີໃໝ່ເຜົ່າມົ້ງໃນທ້າຍປິນີ້

ສວນພຶກສາຈະຈັດງານບຸນປະເພນີປີໃໝ່ຊົນເຜົ່າມົ້ງ ເພື່ອສົ່ງເສີມວັດທະນະທໍາ ຮີດຄອງປະເພນີຂອງຊົນເຜົ່າ ພ້ອມທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ, ໃນວັນທີ 11-13 ທັນວາ 2020 ທີ່ສວນພຶກສາ ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຊຶ່ງ ພາຍໃນງານ ຈະມີການປະກວດນາງສາວເຜົ່າມົ້ງ ພ້ອມດ້ວຍຄັດເລືອກນັກຮ້ອງສຽງດີ ເຜົ່າມົ້ງ. ນອກຈາກນີ້ ຍັງຈະມີກິດຈະກໍາ…

ພົບການລັກລອບນໍາເຂົ້າໝູພັນຊີ້ນ ແລະ ໝູປ່າຈາກປະເທດເພື່ອນບ້ານ ຢູ່ແຂວງສະຫວັນນະເຂດ

ການລັກລອບນໍາເຂົ້າສິນຄ້າປະເພດຕ່າງໆ ເຊັ່ນ: ເຄື່ອງອຸປະໂພກ-ບໍລິໂພກ, ຊິ້ນສ່ວນສັດ (ໄກ່, ງົວ, ຄວາຍ, ໝູ), ອາຫານທະເລ, ພາຫະນະ ແລະ ຊິ້ນສ່ວນພາຫະນະ (ລົດໃຫ່ຍ ແລະ ລົດຈັກ)  ຢູ່ ແຂວງສະຫວັນນະເຂດຍັງແກ້ໄຂບໍ່ຕົກຍ້ອນ ແຂວງສະຫວັນນະເຂດມີຫຼາຍເມືອງທີ່ຕິດກັບປະເທດ ເພື່ອນບ້ານ ໂດຍສະເພາະກັບປະເທດໄທ.…

ໜີ້ສິນສາທາລະນະໄດ້ກາຍເປັນຄວາມສ່ຽງຕໍ່ຄວາມໝັ້ນຄົງທາງດ້ານເສດຖະກິດຂອງປະເທດ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານສະພາບໜີ້ສິນສາທາລະນະຂອງປະເທດ ຕໍ່ຄະນະລັດຖະບານ ແລະ ສະມາຊິກສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລາ 2020 ນີ້ວ່າ:…

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 27 ຕຸລານີ້ ແລະ ຈະດໍາເນີນໄປເຖິງວັນທີ 17 ພະຈິກ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ,  ໂດຍການເປັນປະທານຂອງທ່ານ ນາງ…