ຈະມີພຽງແຕ່ເຮືອ 12 ສີພາຍໃນງານບຸນຊ່ວງເຮືອທີ່ທ່າວັດຈັນເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈໍາປີ 2020
ງານບຸນຊ່ວງເຮືອປີນີ້ທີ່ທ່າວັດຈັນຈະບໍ່ຈັດໃຫຍ່ຄືປີຜ່ານມາ ເນື່ອງຈາກວ່າມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈະມີພຽງແຕ່ເຮືອ 12 ສີພາຍ ພຽງແຕ່ 10 ລໍາ,ຊຶ່ງພື້ນທີ່ຈັດງານບຸນ ການຂາຍຜະລິດຕະພັນຕ່າງໆຈະກະທັດຮັດ ແມ່ນກໍານົດໃຫ້ຂາຍພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດນອກຈໍານວນໜຶ່ງເທົ່ານັ້ນ. ເຈົ້າເມືອງຈັນທະບູລີ ທ່ານ ບຸນໜາ ຜາທຸມມະວົງ ທັງເປັນປະທານຈັດງານບຸນອອກພັນສາ ປະວໍລະນາ ປະຈໍາປີ 2020…

